李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 3 ໄຕ​ມາດ​ທຳ​ອິດ, ຈີນ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 6,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

2019-10-18 14:38:10 cri

ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຕົວ​ເລກ​ໃນ​ວັນ​ທີ 17 ຕຸ​ລາ​ນີ້ ໂດຍ​ສ​ະ​ແດງ​ໃຫ້​ເຫັນ​ວ່າ, ​ນັບແຕ່​ເດືອນ​ມັງ​ກອນຫາ​ເດືອນ​ກັນ​ຍາ​ປີ​ນີ້, ຈີນ​ໄດ້ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໄດ້​ປະ​ມານ 683,2 ຕື້ຢວນ, ເພີ່ມ​ຂຶ້ນ 6,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ໃນ​ຂະ​ແໜງ​ເຕັກ​ນິກ​ຂັ້ນ​ສູງ ສືບ​ຕໍ່​ຮັກ​ສາ​​ຈັງ​ຫວະ​ເພີ່ມ​ຂຶ້ນ​ອ່າວ​ສູງ, ເຊິ່ງໄດ້​ເພີ່ມ​ຂຶ້ນ​ເຖິງ 39,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ທ່ານ​ກ່າວ​ເຟີງ, ໂຄ​ສົກ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ:

​ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດເຂົ້າ​ໃນ “ຂະ​ແໜງ​ການເຕັກ​ນິກ​ຂັ້ນ​ສູງ​ບັນ​ລຸ 74,6 ຕື້ຢວນ, ເພີ່ມ​ຂຶ້ນ 13,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ໃນ​ນັ້ນ, ຂະ​ແໜງ​ການ​ຜະ​ລິດ​ຢຸກ​ຢາ, ຂະ​ແໜງ​ການ​ຜະ​ລິດ​ອຸ​ປະ​ກອນ​​ແລະເຄື່ອງວັດ​ແທກ​ການ​ປິ່ນ​ປົວ​ພະ​ຍາດ, ຂະ​ແໜງ​ການ​ຜະ​ລິດ​ອຸ​ປະ​ກອນ​ເອ​ເລັກ​ໂຕຼນິກ​ແລະ​ສື່​ສານ ລ້ວນ​ແຕ່​ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ໄດ້ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ສ່ວນ​​ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນຂະ​ແໜງ​ການ​ບໍ​ລິ​ການ​​ເຕັກ​ນິກ​ຂັ້ນ​ສູງ​ບັນ​ລຸ 129,2 ຕື້ຢວນ, ເພີ່ມ​ຂຶ້ນ 61,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.”

ທ່ານ​ກ່າວ​ເຟີ່ງ​ຍັງ​ແນະ​ນຳ​​ໃຫ້​ຮູ້ວ່າ, ​ໃນແຫຼ່ງ​ທຶນ​ຕົ້ນ​ຕໍ, ປະ​ເທດ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ເພີ່ມ​ຂຶ້ນ 14,9%, ​ປະ​ເທດ​ອາ​ຊຽນ​ເພີ່ມ​ຂຶ້ນ 17,5%.

ຄຳ​ເຫັນ

0