郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ໄລສຸດ​ທິ​ໃນ3ໄຕ​ມາດ​ປີນີ້​ຂອງວິ​ສາ​ຫະ​ກິດ​ສູນ​ກາງຈີນເພີ່ມ​ຂຶ້ນ7,4%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

2019-10-18 16:15:01 cri

   ວັນ​ທີ 17 ຕຸ​ລານີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຈີນໄດ້​ແນຳ​ນຳ​ໃຫ້​ຮູ້​ວ່າ, ​ລາຍ​ໄດ້​ການເຮັດ​ທຸ​ລະ​ກິດໃນ 3 ໄຕ​ມາດ​ປີນີ້​ຂອງວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ເພີ່ມ​ຂຶ້ນ​ຫຼາຍກວ່າ​​ໄລ​ຍະດຽວ​ກັນ​ຂອງ​ປີ​ກາຍ 5 ຈຸດ, ກຳ​ໄລສຸດ​ທິ​ເພີ່ມ​ຂຶ້ນ7,4%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ເຄື່ອນ​ໄຫວ​ໄດ້​ເປັນ​ຢ່າງ​ດີ, ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ເຕີບ​ໂຕ​ໄວ​ຢ່າງ​ຕໍ່​ເນື່ອງ.

   ທ່ານ​ເພີງ​ຮ​ວາ​ກາງ,ເລ​ຂາ​ທິ​ການ​ໃຫຍ່​ ທັງ​ເປັນໂຄ​ສົກ​ຂອງຄະ​ນ​ະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ລັດ​ຖະ​ບານ​ໄດ້​ແນະ​ນຳສະ​ພາບ​ການດຳ​ເນີນ​ທຸ​ລະ​ກິດຂອງວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ໃນ 3 ໄຕ​ມາດ​ປີນີ້ ໂດຍ​ກ່າວ​ວ່າ, ໃນ3ໄຕ​ມາດ​ປີນີ້ ວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້​ນ​ທ່ຽງ, ການ​ລົງ​ທຶນ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0