ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ17ຕຸລານີ້ ສື່ມວນຊົນຫວຽດນາມລາຍງານວ່າ, ມີລົດຂົນສົ່ງຄັນໜຶ່ງໄດ້ລັກຖອກເທນ້ຳມັນເສດເຫຼືອຢູ່ຍ່ານເໜືອຂອງແມ່ນ້ຳ, ເຮັດໃຫ້ນ້ຳມັນເສດເຫຼືອໄຫຼເຂົ້າໂຮງງານບຳບັດແມ່ນ້ຳໂທ,ກະທົບເຖີງການໃຊ້ນ້ຳປະຈຳວັນຂອງຊາວເມືອງ250ພັນຄົນຢູ່ທີ່ເຂດຕາເວັນຕົກສຽງໃຕ້ຂອງນະຄອນຫຼວງຮ່າໂນ້ຍ.
ໃນຫຼາຍໆມື້ມານີ້,ປະຊາຊົນທີ່ຢູ່ຫຼາຍເຂດຂອງຮ່າໂນ້ຍໄດ້ພົບເຫັນວ່ານ້ຳປະປາບໍ່ສະອາດ,ມີກິ່ນເໝັນ. ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍເປີດເຜີຍຜົນການກວດການ້ຳປະປາໃນຫວ່າງກ່ອນນີ້ບໍ່ດົນນັ້ນສະແດງໃຫ້ເຫັນວ່າ, ແຫຼ່ງນ້ຳຖືກປົນເປື້ອນຄາບນ້ຳມັນ, ໂດຍສະເພາະແມ່ນສານ styrene ມີຫຼາຍກວ່າມາດຕະຖານ 1,3-3,65 ເທົ່າ, ຈິ່ງເຕືອນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈົ່ງຢຸດຕິການໃຊ້ນ້ຳປະປາ, ລັດຖະບານຈະສະໜອງນ້ຳສະອາດໃຫ້ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວໂດຍບໍ່ຄິດຄ່າ.
ຄຳເຫັນ
0