郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ກັ່ນ​ແກ້ງ​ອຸ​ປະ​ສັກ​ຕໍ່​ການເຄື່ອນ​ໄຫວ​ທາງ​ການທູດ​ຂອງ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ,ຈີນ​ກ່າວ​ປະ​ທ້ວງຢ່າງເຄັ່ງ​ຂືມ​ຕໍ່​ເລື່ອງນີ້

2019-10-18 16:05:32 cri

   ​ ​​​ ໃນວັນ​ທີ 16 ​ຕຸ​ລານີ້ ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຊີ້​​ແຈງ​ໃນ​ກອງ​ປະ​ຊຸມ​​ຂ່າວ​ວ່າ, ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ຄວາມ​ຮຽກ​ຮ້ອງຂອງ​ຕົນ​ຕໍ່​ການ​ເຄື່ອນ​ໄຫ​ວ​ທາງ​ລັດ​ຖະ​ການ​ທີ່​ເປັນ​ປົກ​ກະ​ຕິຂອງ​​ທູ​ຕາ​ນຸທູດ​ຂອງ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ, ນີ້​ແມ່ນ​ການ​ກັ່ນ​ແກ້ງ​ສ້າງ​ສ້າງ​ອຸ​ປະ​ສັກ​, ຈີນ​ສະ​ແດງ​ຄວາມ​ຄັດ​ຄ້ານ​ຕໍ່​ເລື່ອງນີ້ ແລະ​ໄດ້​​ກ່າວ​ປະ​ທ້ວງ​ຢ່າງເຄັ່ງ​ຂືມ​ແລ້ວ.

   ຂ່າວ​ແຈ້ງວ່າ, ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​​​ທູ​ຕາ​ນຸທູດ​ຂອງ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ ກ່ອນ​ຈະ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຕ້ອງ​ແຈ້ງ​ໃຫ້​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາຊາບ​ກ່ອນ. ອາ​ເມ​ລິ​ກາ​​ອ້າງ​ເຫດ​ຜົ​ນ​ວ່າ, ນີ້​ແມ່ນ​ມາດ​ຕະ​ການ​ທີ່​ເທົ່າ​ທຽມ​ກັນ​ທີ່​ມີ​ຕໍ່​ການ​ປະ​ພຶດທີ່​ກ່ຽວ​ຂ້ອງ​ຂອງ​ຈີນ.

ຄຳ​ເຫັນ

0