吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ປ້າຍສ້າງ​ຕັ້ງສູນ​ເປີຍ​ໂຕ/GNSS (ນານ​ນີງ) ຈີນ-ອາ​ຊຽນ

2019-10-18 14:54:33 cri

图片默认标题_fororder___172.100.100.3_temp_9500049_1_9500049_1_1_0ecdc9dc-35a2-434f-b4c1-d71ee9fdbcfc

 ວັນ​ທີ 17 ຕຸ​ລາ​ນີ້, ສູນ​ເປີຍ​ໂຕ/ GNSS (ນານ​ນີງ) ຈີນ-ອາ​ຊຽນໄດ້​ເປີດ​ປ້າຍ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ການ​ສ້າງ​ຕັ້ງ​ສູນ​​ດັ່ງ​ກ່າວ​ຈະ​ເປັນ​ການ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ນຳ​ທາງດ້ວຍ​ດາວ​ທຽມ​​ຂອງ​ປະ​ເທດ​ອາ​ຊຽນ.
    ໃນ​ພິ​ທີ​​ດັ່ງ​ກ່າວ, ທ່ານ​ຣານ​ເຊີ​ງ​ຊີ ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ລະ​ບົບ​ນຳ​ທາງ​​ດ້ວຍດາວ​ທ​ຽມ​ຈີນ​ກ່າວ​ວ່າ, ສູນ​ເປີຍ​ໂຕ/GNSS (ນານ​ນີງ) ຈີນ-ອາ​ຊຽນເປີດ​ປ້າຍ​ສ້າງ​ຕັ້ງ​ຂຶ້ນ, ຈະ​ສ້າງ​ເວ​ທີ​ຮ່​ວມ​ມື​ອັນ​ສຳ​ຄັນ​ເພື່ອ​ໃຫ້​ລະ​ບົບ​ດາວ​ທຽມ​ເປີຍ​ໂຕ​ໃຫ້​ບໍ​ລິ​ການ​ແຫ່​ປະ​ເທດອາ​ຊຽນ. ທ້າຍ​ປີກ​າຍ​ນີ້, ລະ​ບົບ​ເປີຍ​ໂຕ​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​​ໃຫ້​ທົ່ວ​ໂລກ. ຕາມ​ສະ​ຖິ​ຕິ, ຍອດ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຂອງ​ຈີນ​ໃນ​ປີ 2018 ມີ​ຫຼາຍກວ່າ 300 ຕື້ຢວນ, ຈີນ ກັບ 30 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ໃນ​ດ້ານ​ນຳ​ທາງ​​ດ້ວຍດາວ​ທຽມນຳ​ກັນ.

图片默认标题_fororder___172.100.100.3_temp_9500049_1_9500049_1_1_da060899-63dd-4744-8b0a-6ff18b8d274c

   

ຄຳ​ເຫັນ

0