吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜີງສາ​ນ​ຊົມ​ເຊີຍກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​​ດ້ານອຸດ​ສາ​ຫະ​ກຳ​ທົ່ວ​ໂລກ​ 2019

2019-10-18 16:41:42 cri

     ວັນ​ທີ 18 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ດ້ານອຸດ​ສາ​ຫະ​ກຳໂລກ​ 2019 ໄດ້​ຈັດ​ຂຶ້​ນ​ຢູ່​ນະ​ຄອນ​ເສີນ​ຢ໋າງ ແຂວງ​ລຽວ​ນີງ​ຈີນ. ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານ​ຊົມ​ເຊີຍ.
     ​ສານ​ຂອງທ່ານ​ສີ​ຈີ້ນ​ຜີງ​ຂຽນວ່າ, ປັດ​ຈຸ​ບັນ, ການ​ປະ​ຕິ​​ວັດ​ເຕັນ​ໂນ​ໂລ​ຢີ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ທົ່ວ​ໂລກ​ພວມ​ເລັ່ງ​ລັດ​ການ​ພັດ​ທະ​ນາ, ເຕັກ​ນິກ​ອິນ​ເຕີ​ເນັດ​ດ້ານ​ອຸດ​ສາ​ຫະ​ກຳໄດ້​ຮັບ​ການ​ບຸກ​ທະ​ລຸ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປັນ​ການ​ເພີ່ມ​ພະ​ລັງ​ໃໝ່​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆດ້ວຍ​ການ​ປະ​ດິດ​ສ້າງ​ເປັນ​ການສ້າງ​ໂອ​ກາດ​ໃໝ່​ເພື່ອ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ທົ່ວ​ໂລກ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ ພັດ​ທະ​ນາ. ຈີນ​ເອົາ​ໃຈ​ໃສ່​​ຢ່າງ​ສູງ​ໃນ​ການປະ​ດິດ​ສ້າງ ແລະ ​ພັດ​ທະ​ນາ​ອິນ​ເຕີ​ເນັດດ້ານ​ອຸດ​ສາ​ຫະ​ກຳ, ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ສືບ​ຕໍ່​ຍົກ​ສູງ​ຄວາມ​ສາ​ມາດ​ການ​ປະ​ດິດ​ສ້າງ​ອິນ​ເຕີ​ເນັດ​ດ້ານອຸດ​ສາ​ຫະ​ກຳ.

ຄຳ​ເຫັນ

0