曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນກ່າວວ່າ, ຍິນດີຕ້ອນຮັບວິສາຫະກິດບັນດາປະເທດລວມທັງອາເມລິກາເປີດກວ້າງການລົງທຶນຢູ່ຈີນ

2019-10-18 16:35:48 cri

ວັນ​ທີ17 ຕຸ​ລາ​ນີ້, ​ຢູ່​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ​ຈີນ​ນັບ​ມື້​ນັບ​ເປີດ​ກວ້າງ​ການເປີດ​ປະ​ຕູ​ສູ່​ພາຍນອກ​. ຈີນ​​ຍິນ​ດີ​ຕ້ອນ​ຮັບວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດລວມ​ທັງ​ອາ​ເມ​ລິ​ກາ​​ທີ່ເປີດກວ້າງ​ການ​ລົງ​ທຶນ​​ຢູ່​ຈີນ, ​ເພື່ອບັນ​ລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໄດ້​ດີກວ່າ​ເກົ່າ.

  ມື້​ດຽວ​ກັນ, ທ່ານ​ຫຼີ​ເຄີ້​ສຽງ​ໄດ້​ພົບ​ປະ​​ກັບຄະ​ນະ​ຜູ້​ແທນ​​ທຸ​ລະ​ກິດ​ອາ​ເມ​ລິ​ກາ​ພວມຢ້ຽມ​ຢາມ​ຈີນ ເຊິ່ງນຳ​ໂດຍ​ທ່ານ​ເອ​ວັນ ກຼິນ​ເບີກ ປະ​ທານ​ສະ​ພາ​ທຸ​ລະ​ກິດ​ອາ​ເມ​ລິ​ກາ-ຈີນ.

  ທ່ານ​ຫຼີ​ເຄີ້​​ສຽງ​ກ່າວວ່າ, ຈີນ​ໄດ້​ເປີ​ດ​ປະ​ຕູ​ໃນ​ອຸດ​ສາ​ຫະ​ກຳ​ການ​ປຸງ​ແຕ່ງ​ຢ່າງ​ຮອບ​ດ້ານ, ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​​​ດ້ານການ​ບໍ​ລິ​ການ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ. ຈີນ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ລະ​ດັບ​ສາ​ກົນ​ບົນ​ພື້ນ​ຖາ​ນ​ກົນ​ໄກ​ຕະ​ຫຼາດ​ແລະ​ກົດ​ໝາຍ, ​ຈີນ​ຈະປະ​ຕິ​ບັດ​ຕໍ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ຈີນ​ແລະ​ຕ່າງ​ປະ​ເທດ​​ຢ່າງ​ສະ​ເໝີ​ພາບ​ໂດຍ​ບໍ່​ມີ​ຂໍ້​ຍົກ​ເວັ້ນ, ປົກ​ປັກ​ຮັກ​ສາ​ສິ​ດ​ຊັບ​ສົມ​ບັດ​ແລະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ເຄັ່ງ​ຄັດ​ກວ່າ​ເກົ່າ. ຈີນ​ແມ່ນ​ຕະ​ຫຼາດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ​ເກືອບ 1,4 ຕື້​ຄົນ, ການ​ບໍ​ລິ​ໂພກ​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ມີ​ໂອ​ກາດ​​ທາງການ​ຄ້າ​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​​ມະ​ຫາ​ສານ. ການ​ພັດ​ທະ​ນາ​ຂອງ​ຈີນ​ຍັງ​ເປັນ​ໂອ​ກາດ​ທີ່​ດີ​ຂອງ​ໂລກ.

ຄຳ​ເຫັນ

0