刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ໃຫ້​ເອົາ​ຊະ​ນະ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

2019-10-18 16:14:14 CRI

 

ເນື່ອງ​ໃນ​ໂອ​ກາດ​ວັນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຄົບ​ຮອບ 6 ປີໃກ້​ຈະໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເນັ້ນ​ໜັກ​ໃຫ້​ເອົາ​ຊະ​ນະ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ ໂດຍ​ກ່າວ​ວ່າ: ນັບ​ແຕ່ປະ​ເທດ​ຈີນ​ໃໝ່​ສະ​ຖາ​ປະ​ນາ​ຂຶ້ນ​ເປັນ​ເວ​ລາ 70 ປີ​ມາ​ນີ້, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຍຶດ​ໝັ້ນ​ປະ​ສົງ​ທີ່ຮັບ​ໃຊ້​ປະ​ຊາ​ຊົນຢ່າງ​ສຸດ​ໃຈ, ຍຶດໝັ້ນ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ດຳ​ເນີນ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ໄດ້​ຖື​ເອົາ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ວຽກ​ງານ​ທີ່​ສຳ​ຄັນ​ກວ່າ​ເກົ່າ, ​ສູ້​ຊົນຜ່ານ​ຜ່າ​ເພື່ອ​ເອົາ​ຊະ​ນະ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ທົ່ວ​ພັກ​ແລະ​ທົ່ວ​ປະ​ເທດໄດ້​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ສູ້​ຊົນ​ຢ່າງພິ​ລະ​ອາດ​ຫານ ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ໃຫຍ່ຫຼວງ​ແລະ​ສຳ​ຄັນ. ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​​ຖານ​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ຊົນ​ຊາດ​ຈີນ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​ນັ້ນ​ໃກ້​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ຄັ້ງ​ປະ​ຫວັດ​ສາດ ເຊິ່ງ​ຈະ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ທົ່ວ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປັດ​ຈຸ​ບັນ, ​ໃນ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ມາ​ເຖິງ​ໄລ​ຍະ​ທ້າຍ​ທີ່​ສຳ​ຄັນ​ທີ່​ຕ້ອງ​ມີ​ຜົນ​ສຳ​ເລັດ​ຮອບດ້ານ. ພາກ​ສ່ວນ​ຕ່າງໆ​ໃນ​ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ສຸມ​ໃສ່​ເປົ້າ​ໝາຍ, ສືບ​ຕໍ່ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ເພື່ອ​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກໃຫ້​ທີ່​ສຸດ, ສຸມ​ກຳ​ລັງ​​ເຂົ້າໃນ​ການ​ແກ້​ໄຂ​ບັນ​ຫາ​ຈຸດອ່ອນ​ໃນ​ດ້ານການ​ສຶກ​ສາ​ພາກ​ບັງ​ຄັບ, ການ​ປິ່ນ​ປົວ​ພະ​ຍາດ​ຂັ້ນ​ພື້ນ​ຖານ, ​ທີ່​ຢູ່​ອາ​ໄສ​ມີນ້ຳ​ດື່ມ​​ສະ​ອາດ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ທົ່ວ​ເຖິງ, ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ກ້າວ​ເຂົ້າ​ສູ່​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ພ້ອມ​ກັນ. ຕ້ອງ​ໃຊ້​ມາດ​ຕະ​ການ​ທີ່​ມີ​​ປະ​ສິດ​ທິ​ຜົນ, ປັບ​ປຸງ​ແລະ​​ຂະ​ຫ​ຍາຍ​ຜົນ​ສຳ​ເລັດ​ຂອງ​ການຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ຮັບ​ປະ​ກັນ​ໃຫ້​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ມີ​ຜົນ​ສຳ​ເລັດ​ທີ່​ມີ​ຄຸນ​ນະ​ພາບ​ສູງ.

ຄຳ​ເຫັນ

0