吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ງານ​ຄຸ້ມ​ຄອງກອງ​ທຶນ​ຮ່ວມ​ມື​ຈີນ-ອາ​ຊຽນ​​ສ້າງ​ຕັ້ງ​ຂຶ້ນ ຢ່າງ​ເປັນ​ທາງ​ການຢູ່ກອງ​ເລ​ຂາ​​ອາ​ຊຽນ

2019-10-19 17:09:53 cri

    ຕາມ​ຂ່າວCRI: ວັນ​ທີ 18 ຕຸ​ລາ​ນີ້, ​​ໜ່ວຍ​ງານຄຸ້ມ​ຄອງກອງ​ທຶນ​ຮ່ວມ​ມື​ຈີນ-ອາ​ຊຽນ​ໄດ້​ຈັດ​ພິ​ທີ​ສ້າງ​ຕັ້ງ​ຢູ່ກອງ​ເລ​ຂາ​ອາ​ຊຽນ. ທ່ານ​ລິມ​ຈອກ​ຮອຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ, ທ່ານ​ຮວງ​ຊີ່​ລ​ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

    ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ຮວງ​ຊີ່​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນກ່າວ​ວ່າ, ກອງ​ທຶນ​ຮ່ວມ​ມື​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1997, ແມ່ນກອງ​ທຶນ​ຮ່ວມ​ມື​ພາກ​ພື້ນ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ທີ່​ມຸ່ງ​ໜ້າ​ສູ່​ເຂດ​ອ້ອມ​ຂ້າງ. 22 ປີ​ມາ​ນີ້, ກອງ​ທຶນ​ຮ່ວມ​ມື​ຈີນ-ອາ​ຊຽນ​ໄດ້ອຸດ​ໜູນ​ສອງ​ຝ່າຍ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ 200 ກວ່າ​ໂຄງ​ການ, ໄດ້​ເປີດກວ້າງ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂັ້ນ​ຕ່າງໆ ແລະ ຂົງ​ເຂດ​ຕ່າງໆ​ຢ່າງ​ບັງ​ເກີດ​ຜົນ. ປີ​ກາຍ​ນີ້, ຈີນ​ປະ​ກາດ​ວ່າ​ໄດ້​ເພີ່ມ​ເງິນ​ທຶນ​ຕໍ່​ກອງ​ທຶນ​ຮ່ວມ​ມື​ຈີນ-ອາ​ຊຽນ​ຢ່າງຫຼວງ​ຫຼາຍ, ໂດຍ​ຜ່ານ​ການ​ກະ​ກຽມ​ເປັນ​ເວ​ລາ​ເກືອບ 1 ປີ, ​ທີມ​ງານ​ຄຸ້ມ​ຄອງກອງ​ທຶນ​ຮ່ວມ​ມື​ຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ. ​ຄາດ​ວ່າ,​ສອງ​ຝ່າຍຈະ​ທຳ​ຄວາມ​ພະ​ຍາ​ຍາມ​ ແລະ ສະ​ໜັບ​ສະ​ໜູນ​ໃຫ້​ທີມ​ງານ​ດັ່ງ​ກ່າວສາ​ມາດ​ກ້າວ​ໜ້າເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ສະ​ແດງ​ບົດ​ບາດເທົ່າ​ທີ​ຄວນ​ເພື່ອ​ຍົກ​ສູງ​ລະ​ດັບ​​ການຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ ກັບ ອາ​ຊຽນ.

ຄຳ​ເຫັນ

0