蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ​​ຫົວ​ໜ້າ​ບໍ​ລິ​ສັດ​ຂ້າມ​ຊາດ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ຈີນ

2019-10-19 15:27:13 CRI

ກອງ​ປະ​ຊຸມ​ສຸດຍອດ​​ຫົວ​ໜ້າ​ບໍ​ລິ​ສັດ​ຂ້າມ​ຊາດ​ຄັ້ງ​ທຳ​ອິດໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິງ​ຕາວ​ແຂວງ​ຊານ​ຕຸ່ງ​ຈີນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ.

ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ, ໃນ​ຖາ​ນະ​ເປັນ​ຜູ້​ເຂົ້າ​ຮ່ວມ​ສຳ​ຄັນ, ສັກ​ຂີ​ພິ​ຍານ ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ, ບໍ​ລິ​ສັດ​ຂ້າມ​ຊາດ​ໄດ້​​ສະ​ແດງບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນຂະ​ບວນ​ການ​ປະ​ຫວັດ​ສາດ​ທີ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ 40 ກວ່າ​ປີ​ຜ່ານ​ມາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ຈີນ​ຈະເປີດ​ປະ​ຕູ​ສູ່​ພາຍນອກ​​ນັບ​ມື້​ນັບ​ກວ້າງ​ກວ່າ​ເກົ່າ, ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເຮັດ​ທຸ​ລະ​ກິດ​ຂອງ​ຈີນ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ຈີນ​ຈະ​ສ້າງ​ໂອ​ກາດ​ໃຫ້​ແກ່​ບໍ​ລິ​ສັດ​ຂ້າມ​ຊາດ​ທົ່ວ​ໂລກ​ນັບ​ມື້​ນັບຫຼາ​ຍ​ຂຶ້ນ. ພວກ​ເຮົາ​ຍິ​ນ​ດີ​ຕ້ອນ​ຮັບ​ນັກ​ທຸ​ລະ​ກິດ​ທົ່ວ​ໂລກ​ມາ​ລົງ​ທຶນ​ຢູ່​ຈີນ ເພື່ອ​​ພະ​ຍາ​ຍາມບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສວຍ​ງາມ.

ຄຳ​ເຫັນ

0