黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ໃຫ້​ສຳ​ພາດ​ຂອງ​ຕ່າງ​ປະ​ເທດ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ສູງ​ຕໍ່​ການ​ກະ​ທຳ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ​ຂອງ​ຈີນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ

2019-10-19 14:33:37 cri

ວັນ​ທີ 18 ຕຸ​ລາ​ນີ້, ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ແລະ​ໂລກ​ຍຸກ​ປັດ​ຈຸ​ບັນ​ຂອງ​ອົງ​ການພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມຂ່າວຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ​ເພື່ອ​ເປີດ​ເຜີຍ “ບົດ​ລາຍ​ງານ​ຜົນ​ການ​ສຳ​ຫຼວດພາບ​ພົດ​ຈີນ​ໃນ​ທົ່ວ​ໂລກ​ປີ 2018” ສະ​ບັບ​ພາ​ສາ​ຈີນ​ແລະ​ພາ​ສາ​ອັງ​ກິດ. ​ເຊິ່ງ​ລະ​ບຸ​ວ່າ, ໃນບັນ​ດາ​ຂົງ​ເຂດ​​ທີ່​ໄດ້​ດຳ​ເນີນການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ​ທີ່​ຈີນ​ມີສ່ວນ​ຮ່ວມ​ນັ້ນ, ວິ​ທະ​ຍ​າ​ສາດ​ເຕັກ​ນິກ, ເສດ​ຖ​ະ​ກິດ​ແລະ​ວັດ​ທະ​ນະ​ທຳ​ແມ່ນ​ສາມ​ຂົງ​ເຂດ​ທີ່​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຫຼາຍ​ກວ່າ​ໝູ່ຈາກ​ຜູ້​ໃຫ້​ສຳ​ພາດ, ລະ​ດັບ​ຄວາມ​ຮັບ​ຮູ້​ລ້ວນ​ແຕ່​ຫຼາຍກວ່າ 50%.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຮ່າງ​ຂຶ້ນ​ໂດຍສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ແລະ​ໂລກ​ຍຸກ​ປັດ​ຈຸ​ບັນ​ແລະ​ກຸ່ມຄັນ​ທາ​ເຊິ່ງ​ເປັນ​ອົງ​ການ​ສຳ​ຫຼວດ​, ສອງ​ອົງ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ຮ່ວມ​ກັນ​ຢູ່ 22 ປະ​ເທດ​ໃນ​ໂລກ, ໂດຍ​ໄດ້ສຳ​ພາດ 11.000 ຄົນ.

ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ, ພາບ​ພົດ​ໂດຍ​ລວມ​ຂອງ​ຈີນ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​​ທ່ຽງ, ແລະ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​ໃນ​ບັນ​ດາ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ. ໃນ​ລະ​ດັບ​ຄວາມ​​ຮັບ​ຮູ້​ຕໍ່​ຜົນ​ງານ​ດ້ານ​ວິ​ທະ​ຍ​າ​ສາດ​ເຕັກ​ນິກ​ຂອງ​ຈີນ, ເຕັກ​ນິກ​ລົດ​ໄຟ​ຄວາມ​ໄວ​ສູງ​ມີ​ລະ​ດັບ​ຮັບ​ຮູ້​ຢູ່​ຕ່າງ​ປະ​ເທດ​ສູງ​ທີ່​ສຸດ, ຖັດ​ມາ​ແມ່ນ​ເຕັກ​ນິກ​ຊູ​ເປີ​ຄອມ​ພິມ​ເຕີ​ແລະ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ. ບົດ​ລາຍ​ງານ​ໄດ້​ວິ​ເຄາະ​ແລ້ວເຫັນ​ວ່າ, ຜູ້​ໃຫ້​ສຳ​ພາດ​ຕ່າງ​ປະ​ເທດ​ຫຼາຍກວ່າ 65% ເຫັນ​ວ່າ​ຖາ​ນະ ​ແລະ​ອິດ​ທິ​ພົນ​ຂອງ​ຈີນ​ໃນ​ໂລກ​​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ.

ຄຳ​ເຫັນ

0