吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຕືອນ​ໃຫ້​ອາ​ເມ​ລິ​ກາຍົ​ກ​ເລີກ​ມາດ​ຕະ​ການ​ຈຳ​ກັດ​ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ

2019-10-19 17:13:04 cri

    ວັນ​ທີ 18 ຕຸ​ລາ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ ທ່ານ​ເກີງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ອີກ​ເທື່ອ​ໜຶ່ງ​ຕໍ່​​ເລື່ອງ​ກ່ຽວ​ກັບກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ນອກ​ຂອບ​ເຂດ​ເພື່ອ​ສະ​ກັດ​ກັ້ນ​ເຈົ້າ​ໜ້າ​ທີ່​ການ​​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ດຳ​ເນີນ​​ລັດຖະ​ການ​ທີ່​ເປັນ​ປົກ​ກະ​ຕິ, ເຕືອນ​ໃຫ້​ອາ​ເມ​ລິ​ກາ​​ຈົ່ງດັດ​ແກ້​ຂໍ້​ຜິດ​ພາດ​ ແລະ ກ່າວ​ເນັ້ນ​ວ່າ​ຈີນ​ຈະ​​ມີ​ປະ​ຕິ​ກິ​ລິ​ຍາ​ທີ່​ເທົ່າ​ທຽມ​ກັນ.
     ​​ຫວ່າງ​ມໍ່ໆ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດຈີນ​ປະ​ຈຳ​ອາ​ເມ​ລິ​ກາ ເມື່ອ​ພົບ​ປະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ອາ​ເມ​ລິ​ກາ ຫຼື ໄປ​​ຢ້ຽມຢາມ​ອົງ​ການ​ການ​ສຶກ​ສາ ແລະ ຄົ້ນ​ຄວ້າ ຕ້ອງ​ແຈ້ງ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຮູ້​ໄວ້ລ່ວງ​ໜ້າ.

ຄຳ​ເຫັນ

0