蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ວິ​ໄຈ​ໂຄງ​ປະ​ກອບ​ທີ່​ມີ​ຄວາມ​ຈຳ​ແນກ​ສູງ​ຂອງ​ເຊື້ອພະ​ຍາດ​ອະ​ຫິ​ວາ​ໝູ​ອາ​ຟ​ຣິ​ກາ​ເປັນ​ຄັ້ງ​ທຳ​ອິດ

2019-10-19 15:28:38 CRI

ພະ​ຍາດ​ອະ​ຫິ​ວາ​ໝູ​ອາ​ຟ​ຣິ​ກາ​​ທີ່​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໄດ້​ພາ​ໃຫ້​ຄົນ​ທັ​ງຫຼາຍ​ເອົາ​ໃຈ​ໃສ່​ຢ່າງກວ້າງ​ຂວາງ. ຫວ່າງ​ມໍ່ໆ​ມາ​ນີ້, ທີມ​ງານ​ນັກ​ວິ​ທະ​ຍ​ສາດ​ຈີນ​ໄດ້​ໄຈ້​ແຍກ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ທີ່​ພວມ​ລະ​ບາດ​ຢູ່​ຈີນ​ຢ່າງ​ສຳ​ເລັດ​ຜົນ ແລະ ໄດ້​ວິ​ໄຈ​ໂຄງ​ປະ​ກອບ​ສາມ​ມິ​ຕິ​ທີ່​ລະ​ອຽດ​ຂອງ​ເມັດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​​ອັນໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ວັກ​ແຊັງ​ພະ​ຍາດ​ອະ​ຫິ​ວາ​ໝູ​ອາ​ຟ​ຣິ​ກາແບບ​ໃໝ່​​ທີ່​ມີ​ປະ​ສິດ​ທິ​ຜົນ​​ດີ ແລະ ມີ​ຄວາມ​ປອດ​ໄພ​ຢ່າງ​ສູງ. ວັນ​ທີ 18 ຕຸ​ລາ​ນີ້, ຜົນ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ໄດ້​ລົງ​ພິມໃນ​ວາ​ລະ​ສານ​ວິ​​ຊາ​ການ​ສາ​ກົນ “ວິ​ທະ​ຍາ​ສາດ”.

ເຊື້ອ​ພະ​ຍາດ​ອະ​ຫິ​ວາ​ໝູ​ອາ​ຟ​ຣິ​ກາ​ເປັນ​ເຊື້ອ​ພະ​ຍາດ​ທີ່​ບູ​ຮານ​ເກົ່າ​ແກ່. ໃນ​ໄລ​ຍະ​ເກືອບ​ຮ້ອຍ​ປີ​ມາ​ນີ້, ໄດ້​ແຜ່​ລະ​ບາດ​ຈາກອ​າ​ຟ​ຣິ​ກາ​ໄປ​ເຖິງຫຼາຍ​ປະ​ເທດ​ໃນ​ທະ​ວີບ​ເອີ​ຣົບ, ອາ​ເມ​ຣິ​ກາ​​ໃຕ້ ແລະ ອາ​ຊີ.

ຄຳ​ເຫັນ

0