徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ແລ​ະ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

2019-11-04 14:46:45 CRI

ຕາມ​ຂ່າວCRI: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນໃນ​ເວ​ລາ​ຕອນ​ເຊົ້າ​ຂອງວັນ​ທີ 5 ​ພະ​ຈິກ​ນີ້​ຢູ່​ນະ​ຄອນຊຽງ​ໄຮ້​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​​ຈີນຈະ​ເຂົ້າ​ຮ່ວມງານ​ພິ​ທີ​ໄຂ​ແລະ​ກ່າວ​ຄຳ​ປາ​ໄສ​​ສຳ​ຄັນ​.

 

ໃນ​ເວ​ລາ​ເປີດ​ພິ​ທີ, ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງຈີນ​ຊ່ອງ​ຕ່າງໆ, ການ​​ຄື້ນ 中国之声(cnr)ໂຈ່ງ​ໂກ​ເຈີ່​ເຊີ່ງ, ​ຄື້ນCRI NEWS RADIOແລະ​ຄື້ນ​ວິ​ທະ​ຍຸ​ຕ່າງໆ, ລວມ​ທັງ​ເວັບ​ໄຊ​ຊິນ​ຮ​ວາ​ຈະ​ຖ່າຍ​ທອດ​ສົດ​ຢູ່​ສ​ະ​ຖານ​ທີ່​ຈັດ​ງານ. ເວັບ​ໄຊ​ແລະ​ສື່​ໃໝ່​ຕ່າງໆກໍ​ຈະ​ຖ່າຍ​ທອດສົດໃນ​ເວ​ລາ​ດຽວ​ກັນ.

ຄຳ​ເຫັນ

0