赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣານ​ເນັ້ນ​ການ​ຫ້າມ​ບໍ່​ໃຫ້​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ

2019-11-04 15:41:51 cri

 

ວັນ​ທີ 3 ພະ​ຈິກນີ້ ທ່ານໄຊ​ຢັດ ອາ​ລີ ​ຄາ​ເມ​ນີ ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣານ​ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​ລານ ໂດຍ​​ກ່າວ​ເນັ້ນ​ວ່າ​ການ​ເກືອດ​ຫ້າມ​ບໍ່​ໃຫ້​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ ​ກໍ່ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອາ​ເມ​ລິ​ກາ​ແຊກ​ຊືມ​ເຂົ້າ​ອີ​ຣານ.

ທ່ານ​​ຄາ​ເມ​ນີ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​​ກ່ອນ​ໜ໊າ​ວັນ​ຄົບ​ຮອບ 40 ປີ​ຂອງ​ເຫດ​ການ​ຕົວ​ປະ​ກັນ​ອີ​ຣານ​ພຽງ 1 ວັນ ໂດຍ​ທ່ານ​ກ່າວ​ວ່າ, ການເກືອດ​ຫ້​າມ​ບໍ່​ໃຫ້​ອີ​ຣານ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ແມ່ນ​ມີ​ເຫດ​ມີ​ຜົນ, ມີ​ແຕ່​ເຮັດ​ແນວນີ້​ຈິ່ງ​ຈະສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ສັດ​ຕູ​ແຊກ​ຊືມ​ເຂົ້າ​ມາ ແລະ​​ຈະສາ​ມາດ​ທຳ​ລາຍ​ຄວາມ​ຍິ່ງ​ໃຫຍ່​ທີ່​ຈອມ​ປອມຂອງ​ເມ​ລິ​ກາ​ຢູ່​ຕໍ່​ໜ້າ​ທົ່ວ​ໂລກ.

ຄຳ​ເຫັນ

0