徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ຮຽກ​ຮ້ອງ​ໃຫ້​​ພັດ​ທະ​ນາເສດ​ຖະ​ກິດ​ໂລກ​ດ້ວຍ​ການ​ເປີດ​ປະ​ຕູ​ແລະ​​ຮ່ວມ​ມືກັນ ຍຶດ​ໝັ້ນ “ການຈັບ​ມືກັນ​ແລະ” ບໍ່ “ປ່ອຍ​ມື”

2019-11-05 11:40:39 cri

 ຕາ​ມ​ຂ່າວCRI:ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 2 , ໂດຍຮຽກ​ຮ້ອງ​ໃຫ້​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ດ້ວຍ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​​ຮ່ວ​ມ​ມືກັນ. ທ່ານ​ໄດ້ເນັ້ນ​ໜັກວ່າ, ໂລກ​ໃນ​ປັດ​ຈຸ​ບັນ​ນີ້,  ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ, ຕ່ອງ​ໂສ້​ການ​ສະ​ໜອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ການ​ພັດ​ທະ​ນາ​ຂອງ​ເຈົ້າ​​ແລະ​ຂ້ອຍມີ​ສ່ວນ​ປະ​ກອບ​ຂອງ​ກັນ​ແລະ​ກັນ,  ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ແມ່ນທ່າ​ອ່ຽງແຫ່ງ​ການ​ພັດ​ທ​ະ​ນາ. ເມື່ອ​ຜະເຊີນ​ໜ້າ​ກັບ​ຄວາມ​ຂັດ​ແຍ້ງ​ກັນ, ການ​ປຶກ​ສາ​ຫາ​ລື​ແລະ​ການ​ຮ່ວມ​ມື​ຈຶ່ງ​ແມ່ນ​ວິ​ທີ​ທີ່​ຖືກ​ຕ້ອງ. ຖ້າ​ວ່າ​ມີ​ຄວາມ​ສະ​ເໝີ​ພາບ​ກັນ​ຕໍ່​ກັນ​ແລະ​ກັນ, ມີ​ຄວາມ​ເຂົ້າ​ໃຈ​ກັນ​, ກໍ​ບໍ່​ມີ​ບັນ​ຫາ​ຍາກ​ທີ່​ແກ້​ໄຂ​ບໍ່​ໄດ້.

 

  ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ, ຄວນ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເພື່ອ​​ບັນ​ລຸການ​ພັດ​ທະ​ນາ, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືກັນ, ຍຶດ​ໝັ້ນ “ການຈັບ​ມື​ກັນ​ແລະ” ບໍ່ “ປ່ອຍ​ມືກັນ”, ຍຶດ​ໝັ້ນ “ການ​ມ້າງ​ກຳ​ແພງ”ແຕ່​ບໍ່​ແມ່ນ “ການ​ກໍ່​ກຳ​ແພງ​ກັນ”, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ, ລັດ​ທິ​ຝ່າຍ​ດຽວ, ​ລົບ​ລ້າງ​ກຳ​ແພງ​ການ​ຄ້າ​ໃຫ້​ໜ້ອຍ​ລົງ​ເລື້ອຍໆ, ຊຸກ​ຍູ້​ໃຫ້​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກແລະຕ່ອງ​ໂສ້​ການ​ສະ​ໜອງ​​ມີ​ຄວາມສົມ​ບູນກວ່າ​ເກົ່າ, ຮ່ວມ​ກັນ​​ບົມ​ເພາະ​ຕະ​ຫຼອດ.

ຄຳ​ເຫັນ

0