赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຄ້າ​ຈີນ​ເຫັນ​ວ່າ: ອາ​ຊຽນເສີມ​ຂະ​ຫຍາຍ​ບົດ​ບາດ​ແກນ​ກາງ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ RECP

2019-11-06 16:24:14 cri

 

ວັນ​ທີ 6 ພະ​ຈິກນີ້ ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ທ່ານ​ຫວາງ​ໂຊ້​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ ທັງ​ເປັນ​ຮອງ​ຫົວ​ໜ້າ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ກ່າວ​ວ່າ: ໃນ​ການ​ເຈ​ລະ​ຈາ​ກ່ຽວກ​ກັບ​ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ​ຫຼື RECP, ອາ​ຊຽນໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ແກນ​ກາງ. ເວົ້າ​ສຳ​ລັບ​ພາກ​ພື້ນ​ແຫ່ງນີ້​ແລ້ວ ສັນ​ຍາ​ດັ່ງ​ກ່າວ​ຈະ​ນຳ​ເອົາຜົນ​ປ​ະ​ໂຫຍດ 3 ດ້ານ​ມາໃຫ້​ແກ່​ພາກກ​ພື້ນ​ແຫ່ງນີ້.

ທ່ານ​ວາງ​ໂຊ້​ເວີນ​ຊີ້​ໃຫ້​ເຫັນ​ວ່າ, ການ​ເຈ​ລະ​ຈາ​ກ່ຽວ​ກັບ RECP ແມ່ນ​ລິ​ເລີ່ມ​ໂດຍ​ອາ​ຊຽນ ແລະ​ໄດ້​ເຊີນ 6 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​​ເຊິ່ງເລີ່ມ​ແຕ່​ປີ 2012 ເປັນ​ຕົ້ນ​ມາ, ໃນ​ການ​ເຈ​ລະ​ຈາ​ທີ່​ຫຍຸ້ງ​ຍາກ ​ແຕ່ຍ້ອນ​ບົດ​ບາດເປັນ​ແກນ​ກາງ​ຂອງ​ອາ​ຊຽນ ​ໄດ້ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່​ຫຼາຍ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​ແຫ່ນີ້​ມີ​ຄວາມ​ແຕກ​ໂຕນ​ກັນ​ໃນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ລະ​ດັບ​ການ​ພັດ​ທະ​ນາ​ແລະ​ປະ​ຫວັດ​ສາ​ດ ກໍ​ຄື​ຮີດ​ຄອງ​ປະ​ເພ​ນີ, ໃນ​ສຸດ​ທ້າຍ​ແລ້ວ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ພາບ​ກັນ. ຈີນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ອາ​ຊຽນ​​ໃນ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແກນ​ກາງ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ດັ່ງ​ກ່າວ.

ທ່ານ​ຫວາງ​ໂຊ້​ເວີນ​ກ່າວ​ຕື່ມ​ວ່າ, ເວົ້າ​ສຳ​ລັບ​ພາກ​ພື້ນ​ແຫ່ງນີ້​ແລ້ວ ສັນ​ຍາ RECP ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຈາກ 3 ດ້ານ​ຄື: ສັນ​ຍາ​ດັ່ງ​ກ່າວ​ເປັນ​ການ​ຍົກ​ລະ​ດັບ​ໃຫ້​ແກ່​ສັນ​ຍາ​ການ​ຄ້າ​ເສ​ລີ​ອາຊຽນ + 1ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ, ເຊິ່ງ​ຈະ​ກາຍ​ເປັນລະ​ບົບ​ລະ​ບຽບ​ການ​ທີ່​ເປັນ​ເອ​ກະ​ພາບ​ກັນ​ພາຍ​ໃນ​ພາກ​ພື້ນ; ສອງ​ແມ່ນ​ຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​ມູນ​ຄ່າ​ພາຍ​ໃນ​ພາ​ກ​ພື້ນ​ແຫ່ງນີ້; ສາມ​ແມ່ນ​ຈະ​ມີ​ຜົນດີ​ຕໍ່​ກາ​ນ່​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ພາກ​ພື້ນ​​ອື່ນ.

ຄຳ​ເຫັນ

0