赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນສຳເລັດຂອງຈີນເປັນບົດຮຽນທີ່ດີ ເພື່ອດຶງດູດການລົງທຶນ ແລະເຮັດໃຫ້ ສິນຄ້າ ແລະການບໍລິການລາວມີຄວາມ​ສາ​ມາດ​ແກ່ງແຍ່ງແຂງຂັນໃນໂລກ

2019-11-06 12:04:35 cri

图片默认标题_fororder_1220528739
(ທ່ານ​ນາງ​ເຂັມ​ມະ​ນີ ພົນ​ເສ​ນາ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ )
 

    ວັນທີ 5 ພະຈິກນີ້, ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 2 ໄດ້ຈັດຂຶ້ນຢູ່ ນະຄອນຊຽງໄຮ້ຂອງຈີນຢ່າງເປັນທາງການ. ທ່ານສີຈິ້ນຜິງ ປະທານປະເທດ ຈີນໄດ້ກ່າວຄຳປາໄສທີ່ສຳຄັນໃນພີທີໄຂງານດັ່ງກ່າວ ເຊິ່ງໄດ້ ສ້າງຄວາມສົນໃຈ ໃຫ້ແກ່ແຂກຮ່ວມງານທັງພາຍໃນແລະຕ່າງປະເທດ.

     ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ຫຼັງພິທີໄຂງານວ່າ: “ຄຳປາໄສຂອງ ທ່ານປະທານສີຈິ້ນຜິງ ເຮັດໃຫ້ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ທີ່ທ່ານໄດ້ກ່າວ ເຖິງໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດປີ 2020 ທີ່​ປະ​ກາດ​ໂດຍ​ທະ​ນາ​ຄານ​ໂລກ ​ເຊິ່ງໄດ້​ຈັດ​ເອົາ​ນ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຈີນ​​ຫຍັບ​ຂຶ້ນ​ຈາກ​ອັນ​ດັບ​ທີ 46 ​ອັນ​ດັບທີ 31 ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຜ່ານ​ຈາກ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ຈີນ​ໄດ້​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ​ເອງ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ເຊິ່ງມີຫຼາຍອັນທີ່ພວກຂ້າພະເຈົ້າ​ຈະໄດ້ຖອດຖອນບົດຮຽນນຳ ສປ ຈີນ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານການລົງທຶນຂອງລາວ​ໃຫ້ດີຂຶ້ນ ເພື່ອດຶງດູດການລົງທຶນ ແລະ ເຮັດໃຫ້ສິນຄ້າແລະການບໍລິການຂອງລາວ​ສາ​ມາດແຍ່ງແຂ່ງຂັນໃນ ທົ່ວໂລກ​ໄດ້.”

ງານວາງສະແດງສິ້ນຄ້ານຳເຂົ້າສາກົນຈີນຄັ້ງທີ 2 ມີ 64 ປະເທດ ແລະ 3 ອົງການຈັດຕັ້ງສາກົນເຂົ້າຮ່ວມ. ເນື້ອທີ່ການວາງສະແດງຂອງ​ບັນ​ດາປະເທດມີ ເຖິງ 300,000 ຕາແມັດ ເຊິ່ງຈະສຸມໃສ່ການສະແດງຜົນສຳເລັດ ດ້ານການພັດທະ ນາ, ສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ອຸດສາຫະກຳທີ່ມີເອກະ ລັກພິເສດຂອງປະເທດຕ່າງໆ.

    ປີນີ້ເປັນປີທີສອງທີ່ວິສາຫະກິດລາວເຂົ້າຮ່ວມງານວາງສະແດງ ເຊິ່ງນັກທຸລະກິດລາວໄດ້ນຳເອົາສິນຄ້າຕ່າງໆ​ທີ່​ມີ​ຄວາມ​ຫຼາກ​ຫຼາຍເປັນຕົ້ນ​ແມ່ນເຂົ້າ, ຊາ, ກາເຟ ແລະ​ເຄື່ອງເຟີນິເຈີ ມາວາງສະແດງໃນງານຄັ້ງນີ້.

    ທ່ານນາງເຂັມມະນີ ພົນ​ເສ​ນາ ກ່າວ​ຕື່ມວ່າ:ງານວາງສະແດງ​ການ​ນຳເຂົ້າສາກົນຈີນ ສຳຄັນຫຼາຍ ແລະເປັນໂອກາດທີ່ດີທີ່ເຮັດໃຫ້ຜູ້ບໍ​ລິ​ໂພກຂອງຈີນກໍ ຄືຂອງໂລກ ໄດ້ເຫັນສິນຄ້າລາວ, ລັດຖະບານລາວພະຍາຍາມສ້າງນະໂຍບາຍ ເພື່ອສົ່ງເສີມໃຫ້ ນັກທຸລະກິດລາວມາຮ່ວມງານນີ້.
 

ຄຳ​ເຫັນ

0