徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາຮັບ​ຮອງຢ່າງ​ເປັນ​ທາງ​ການ​ວ່າ​ລະ​ບົບ​​ມາດ​ຕະ​ຖານຂອງ​ຜະ​ລິດ​ຕະ​ພັນ​ປາ​ດຸກ​ຈີນ​ທີ່​ສົ່ງ​ອອກ​ສູ່ອາ​ເມ​ລິ​ກາເປັນ​ເອ​ກະ​ພາບ​ກັນ​ກັບ​ມາດ​ຕະ​ຖານ​ອາ​ເມ​ລິ​ກາ

2019-11-06 17:45:35 CRI

ໂຄ​ສົກ​ກົມ​ໃຫຍ່​​ດ່ານ​ພາ​ສີ​ຈີນກ່າວ​ວ່າ, ວັນ​ທີ 5 ພະ​ຈິກ​ 2019 ນີ້, ​ບົດບັນ​ທຶກ​ສະ​ຫະ​ລັດ ແຫ່ງ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ລະ​ບຽບ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ສົ່ງ​ອອກ​ປາ​ດຸກ​ຈີນ​ສູ່​ອາ​ເມ​ລິ​ກາ, ​ໂດຍ​ຮັບ​ຮອງ​ວ່າ​ລະ​ບົບ​​ມາດ​ຕະ​ຖານ​ຂອງ​ຜະ​ລິດ​ຕະ​ພັນປາ​ດຸກ​ຂອງ​ຈີນເປັນ​ເອກ​ກະ​ພາບ​ກັນ​ກັບ​ມາດ​ຕະ​ຖານ​ອາ​ເມ​ລິ​ກາ. ສະ​ນັ້ນຈີນ​ກາຍ​ເປັນໜຶ່ງ​ໃນພຽງ​ 3 ປະ​ເທດຂອງໂລກ​ທີ່​ມີ​ສິດ​​ສືບ​ຕໍ່​ສົ່ງ​ອອກ​ປາ​ດຸກ​ສູ່​ອາ​ເມ​ຣິ​ກາ. ກ່ອນ​ນີ້, ລະ​ບົບ​ມາດ​ຕະ​ຖານ​ສົ່ງ​ອອກ​ປາ​ດຸກ​ຈີນ​ທີ່​ຈະ​ສົ່ງ​ອອກ​ໄປອາ​ເມ​ລິ​ກາ​ໄດ້​​ຜ່ານ​ການກວດ​ສອບ​ດ້ານ​ເອ​ກະ​ສານ​ແລະ​ການກວດ​ກາ​ຢືນ​ກັນ​ກັບ​ບ່ອນ​ໂດຍ​ກົມ​ກວ​ດ​ກາ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ຂອງ​ກະ​ຊວງ​ກະ​ສິ​ກຳ​ຂອງ​ອາ​ເມ​ລິ​ກາ.

 

ອາ​ເມ​ລິ​ກາ​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບທີ​ໜຶ່ງ​ຂອງ​ຜະ​ລິດ​ຕະ​ພັນ​ປາ​​ດຸກຂອງ​ຈີນ, ເຊິ່ງກວມ 90% ຂອງ​ຍອດ​ປະ​ລິ​ມານ​ການ​ສົ່ງ​ອອກ​ປາ​​ດຸກ​ຂອງ​ຈີນ, ການ​ຮັບ​ຮອງ​ລະ​ບົບ​ມະ​ຕະ​ຖານ​ຜະ​ລິດ​ຕະ​ພັນ​ປາ​ດຸກ​ຈີນ​ທີ່​ສົ່ງ​ອອກ​ໄປ​ອາ​ເມ​ຣິ​ກາສອງ​ຄ່ອງ​ກັບ​ມາດ​ຕະ​ຖານ​ຂອງ​ອາ​ເມ​ລິ​ກາ​ຄັ້ງ​ນີ້, ຈະ​ມີ​ຜົນດີຢ່າງ​ຕັ້ງ​ໜ້າ​​ຕໍ່​ຜະ​ລິດ​ຕະ​ພັນ​ອາ​ຫານ​​ຈາກ​ນ້ຳຂອງ​ຈີນ​ທີ່ຈະ​ສົ່ງ​ອອກ​ສູ່​ອາ​ເມ​ລິ​ກາ.

ຄຳ​ເຫັນ

0