赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ເນັ້ນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ໄທ

2019-11-06 18:07:55 CRI

图片默认标题_fororder_1125196318_15729659323331n

 

 

ຕອນ​ເຊົ້າ​ວັນ​ທີ 5 ພະ​ຈິກນີ້ ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ລ​ຈາ​ກັບ​ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຢູ່​ທີ່​ນະ​ຄອນ​ຫຼວງ​ບາງກອກ.
  

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ຈີນ​ຍິນ​ດີ​ໃຫ້​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ໄທ, ບັນ​ລຸ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ. ຈີນ​ສະ​ໜັບ​ສະ​ໜູນ​ໄທ​ໃນ​ການ​ສ້າງ​ແລ້ວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ( EEC ) ແລະ​ຍິນ​ດີ​ຖື​ເປັນ​ເວ​ທີ​ທີ່​ສຳ​ຄັນ​ໃນ​ການ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຕະ​ຫຼາດ​ຝ່າຍ​ທີ​ສາມ. ຈີນ​ສົ່ງ​ເສີມ​ໃຫ້​ວີ​ສາ​ຫະ​ກິດ​ຈີນ​ເຂົ​ຂ້າ​ຮ່ວມ​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຂອງ​ໄທ​ໂດຍ​ອີງ​ຕາມ​ຫຼັກ​ການ​ຕະ​ຫຼາດ​ແລະ​ການ​ຄ້າ ແລະ​ນຳ​ໃຊ້​ເວ​ທີ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂ້າ​ມ່​ຊາ​ດາ​ໃຫ້​ດີ, ເປີດກວ້າງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄທ​ທີ່​ມີ​ຄຸນ​ນະ​ພາບ​ດີ ເຊັ່ນ​ເຂົ້າ​ສານ ສູ່​ຈີນ. ຈີນ​ຍິນ​ດີ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ໄທ​ໃນ​ດ້ານ​ການ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ, ການ​ພັດ​ທະ​ນາ​ເຂດ​ສວນ​ອຸດດ​ສາ​ຫະ​ກຳ​ແລະ​ຊຸກ​ຍູ້​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ແລະ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ຂຶ້ນ​ຕື່ມ, ເພີ່ມ​ການ​ແລກ​ປ່ຽນ​ດ້ານ​ບຸກ​ຄະ​ລາ​ກອນ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ສຶກ​ສາ​ແລະ​ການ​ທ່ອງ​ທ່ຽວ, ເຮັດ​ໃຫ້​ສາຍ​ສຳ​ພັນ​ໄທ​ແບບ ຈີນ​ໄທ​ບໍ່​ແມ່ນ​ອື່ນ​ໄກ ເປັນ​ພີ່​ນ້ອງ​ກັນ​ນັ້ນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້​ນ.

ຄຳ​ເຫັນ

0