莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ​ຈີນ-ອາ​ເມ​ຣິ​ກາ​ໂທ​ລະ​ສັບ​ຫາ​ກັນ

2019-11-06 15:06:46 cri

ວັນ​ທີ 5 ພະ​ຈິກນີ້ ທ່ານ​ເວີ້ຍ​ເຟິ້ງ​ເຫີ, ທີ່​ປຶກ​ສາ​ແຫ່ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ໂທ​ລະ​ສັບ​ຫາ​ທ່ານ​ເອ​ສ​ເບີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ຕາມ​ນັດ.

ທ່ານ​ເວີ້ຍ​ເຟີ້ງ​ເຫີ​ກ່າວ​ວ່າ, ​ການຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ທີ່​​ຖື​ເອົາ​ການ​ປະ​ສານ​ງານ ການ​ຮ່ວມ​ມື​ແລະ​ມີ​ຄວາມ​ໝັ້ນ​​ຄົງ​​ເປັນ​ພື້ນ​ຖານນັ້ນ​ຄວນ​ເປັນຫຼັກ​ການ​ທີ່​ຕ້ອງ​ປະ​ຕິ​ບັດ​ໄປ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ລັດ​ແລະ​ສອງກອງ​ທັບ. ການ​ຮ່ວມ​ມື​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແມ່ນ​​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​​ໜຶ່ງດຽວ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ສອງກອງ​ທັບ​ຄວນ​ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ທີ່ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ສືບ​ຕໍ່​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ກາຍ​ເປັນ ປັດ​ໃຈ​ທີ່​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດມີ​ຄວາມ​ໝັ້ນ​ຄົງ.

ທ່ານ​ເວີ້ຍ​ເຟີ້ງ​ເຫີ​ຍັງ​ໄດ້ບັນ​ຍາຍ​​​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ຕ່າງໆ​ເຊັ່ນ: ​ບັນ​ຫາໄຕ້​ຫວັນ, ທະ​ເລ​ຈີນ​ໃຕ້, ບັນ​ຫາຮົງ​ກົງ​ແລະ​ເຂດ​ຊິນ​ຈ່ຽງ.

ທ່ານ​ເອ​ສ​​ເບີ ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ຮ່ວມ​ກັນ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ໃຫ້​ຂະ​ຫຍາຍ​​ຕົວໄປ​ໜ້າ.

ຄຳ​ເຫັນ

0