莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ໂທ​ລະ​ຄົມ​ເຄື່ອນ​ທີ່​ລຸ້ນ​ທີ 6 ຂອງ​ຈີນ​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ

2019-11-07 11:27:27 CRI

ວັນ​ທີ 3 ພະ​ຈິກນີ້, ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​​ໄດ້ຈັດ​ກອງ​ປະ​ຊຸມ​ເລີ່ມ​ຕົ້ນ​ວຽກ​ງານ​​ການຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກລຸ້ນ​ທີ 6 ຫຼື 6G ຢູ່​ທີ່​ປັກ​ກິ່ງ. ກອງ​ປະ​ຊຸມ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ໜ່ວຍ​ງານ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ 6G ແຫ່ງ​ຊາດ ແລະ​ໜ່ວຍ​ງານ​ຊ່ຽວ​ຊານກວມ​ລວມ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ 6G ຂອງ​ຈີນ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ​ຢ່າງ​ເປັນ​ທາງ​ການ.

ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ​​ໃຫ້​ຮູ້ວ່າ, ປັດ​ຈຸ​ບັນ, ການ​ຄົ້ນ​ຄວ້າ​ເຕັກ​ນິກ 6G ໃນ​ທົ່ວ​ໂລກ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ເລີ່ມ​ຕົ້ນ​ການ​ຄົ້ນ​ຄວ້າ, ເສັ້ນ​ທາງ​ຄົ້ນ​ຄວ້າ​ເຕັກ​ນິກ​ຍັງ​ບໍ່​​ຊັດ​ເຈນ​ເທື່ອ, ຕົວ​ເລກ​ດັດ​ຊະ​ນີ​ທີ່​ສຳ​ຄັນ​ແລະ​ສະ​ຖານ​ທີ່​ນຳ​ໃຊ້​ຍັງ​ບໍ່​ມີ​ການ​ຕົກ​ລົງ​ທີ່​ເປັນ​ເອ​ກະ​ພາບ​ກັນ​ເທື່ອ. ບາດ​ກ້າວ​ຕໍ່​ໄປ, ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນຈະ​ດຳ​ເນີນ​ການ​ວາງ​ແຜນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ 6G ຢ່າງ​ເປັນ​ລະ​ບົບ, ດຳ​ເນີນ​ການ​ຄົ້ນ​ຄວ້າ​ລ່ວງ​ໜ້າ, ​ເພື່ອສະ​ແຫວງ​ຫາ​​ວິ​ທີ​ທາງ​ດ້ານ​ເຕັກ​ນິກ​ທີ່​ອາດ​ເປັນ​ໄປ​ໄດ້.

ຄຳ​ເຫັນ

0