莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ

2019-11-07 11:16:15 cri

图片默认标题_fororder_1125200315_15730427714401n

​ວັນ​ທີ 6 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ​ຈັດ​ພິ​ທີ​ຕ້ອນ​ຮັບ​ທ່ານ​ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຢູ່ນອກ​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ກ່ອນ​ການ​ພົບ​ປະ

 

ວັນ​ທີ 6 ພະ​ຈິກນີ້, ທ່ານ​ສີ​ຈິ້ງ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຈັດ​ການ​ພົບ​ປະ​ກັບ​ທ່ານ​ມາ​ຄ​ຣົງ ປະ​ທານ​າ​ທິ​ບໍ​ດີ​ຝ​ຣັ່ງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ງ​ຜິງ​ກ່າວ​ເນັ້ນ​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ຝ​ຣັ່ງ​ໄດ້​ປະ​ກົດ​ມີ​ທ່ວງ​ທ່າ​ພັດ​ທະ​ນາ​ອັນ​ແຂງ​ແຮງ. ຂ້າ​ພະ​ເຈົ້າ​ດຳ​ເນີນ​ການ​ຢ້ຽມ​ຢາມ​ຝ​ຣັ່ງ​ທາງ​ລັດ​ຖະ​ກິດ​ດ້ວຍ​​ຜົນສຳ​ເລັດ​ເມື່ອ​ເດືອນ​ມີ​ນາເປັນ​ຕົ້ນ​ມາ, ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ພວກເຮົາ​ພວມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝຣັ່ງ​ສຸມ​ໃສ່​ເປົ້າ​ໝາຍ​ໃຫຍ່ 6 ດ້ານ​ ເພື່ອ​ລົງ​ເລິກຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ​ໄດ້​ຮັບ​ໝາກ​ຜົນ​ຕົວ​ຈິງ​ຫຼາຍກວ່າ​ເກົ່າ. ໜຶ່ງ, ຕ້ອງ​ປົກ​ປັກ​ຮັກ​ສາ​ແລະ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ທາງ​ການ​ເມືອງ. ສອງ, ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໂຄງ​ການ​ຂະ​ໜາດ​ໃຫຍ່. ສາມ, ຕ້ອງ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ຕະຫຼາດ​ຂອງ​ກັນ​ແລະ​ກັນ. ສີ່, ຕ້ອງ​ຊຸກ​ຍູ້​​ໃຫ້​ການຮ່ວມ​ກັນສ້າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ເຊື່ອມ​ຈອດ​​ກັບ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເອີ​ລົບ-ອາ​ຊີ​ຂອງ​ສະ​ຫະ​ພາບ​ເອີ​ລົບ. ຫ້າ, ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​​ການ​ປະ​ດິດ​ສ້າງ​ໃໝ່, ຮ່ວມ​ກັນ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຫົກ, ຕ້ອງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຖອດ​ຖອນ​ບົດ​ຮຽນດ້ານ​ອາ​ລິ​ຍະ​ທຳ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈີນ​ຍິນ​ດີ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຝ​ຣັ່ງ​ໃນ​ຂອບ​ກົນ​ໄກຫຼາຍຝ່າຍ​ເຊັ່ນ: ສະ​ຫະ​ປະ​ຊາ​ຊາດ​ແລະ​ກຸ່ມ 20 ປະ​ເທດຫຼື G20, ຍຶດ​ໝັ້ນ​​ການຮັກ​ສາ​ກົນ​ໄກ​ການ​ຄ້າຫຼາຍ​ຝ່າຍ. ຍຶດ​ໝັ້ນ​ໃນຫຼັກ​ການ​​ມີຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ ​ແຕ່​ມີ​ພັນ​ທະ​ຕ່າງ​ກັນ, ລົງ​ເລິກ​ປະ​ຕິ​ບັດ “ສົນ​ທິ​ສັນ​ຍາ​ປາ​ຣີ”ຢ່າງ​ຮອບ​ດ້ານ.

ທ່ານ​ມາ​ຄ​ຣົງ​ກ່າ​ວ​ວ່າ, ​ທ່ານເຫັນ​ດີ​​ຕາມຄວາມ​ເຫັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຕໍ່​ການ​ລົງ​ເລິກ​ການ​ຮ່ວມ​ມືຝ​ຣັ່ງ-ຈີນ. ​ສອງ​ປະ​ເທດ​ມີຫຼັກ​ໝັ້ນ​ຄື​ກັນ​ໃນຫຼາຍ​ບັນ​ຫາ​ທີ່​ສຳ​ຄັນຂອງສາ​ກົນ, ພາຍ​ໃຕ້​ສະ​ພາບ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ນີ້, ຝ​ຣັ່ງ-ຈີນ​ເປັນ​ສອງ​ປະ​ເທດ​ໃຫຍ່ ທີ່ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ເປັນ​ພິ​ເສດ, ​ການ​ທີ່ຝ​ຣັ່ງ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​​ຮ່ວມ​ມື​ກັບ​ຈີນ ມີ​ບົດ​ບາດທີ່​ເປັນ​​ແບບ​ຢ່າງ​ທີ່​ສຳ​ຄັນ.

ຫຼັງ​ຈາກ​ການ​ພົບ​ປະ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​​ໃນ​ພິ​ທີເຊັນ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ, ເຊິ່ງ​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ບິນ​ອາ​ວະ​ກາດ, ພະ​ລັງ​ງານ​ນິວ​ເຄຼິຍ, ການ​ຄຸ້ມ​ຄອງ​ການ​ຮັບ​ມື​ສຸກ​ເສີນ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ການ​​ອະ​ນຸ​ລັກ​ທຳ​ມະ​ຊາດ, ການ​ທະ​ນາ​ຄານ, ແລະ​ການ​ຮ່ວມ​ມື​ສາມ​ຝ່າຍ.

 

图片默认标题_fororder_1125200315_15730428127721n

ວັນ​ທີ 6 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ​ຈັດ​ພິ​ທີ​ຕ້ອນ​ຮັບ​ທ່ານ​ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຢູ່ນອກ​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ກ່ອນ​ການ​ພົບ​ປະ

 

图片默认标题_fororder_1125200315_15730427940701n

​ວັນ​ທີ 6 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ພັນ​ລະ​ຍາ​ຖ່າຍ​ຮູບ​ຮ່ວມ​ກັບ​ທ່ານ​ມາ​ຄ​ຣົງ​ພ້ອມ​ພັນ​ລະ​ຍາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ກ່ອນ​ການ​ພົບ​ປະ

 

图片默认标题_fororder_1125200315_15730428289281n

ວັນ​ທີ 6 ພະ​ຈິກນີ້, ທ່ານ​ສີ​ຈິ້ງ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຈັດ​ການ​ພົບ​ປະ​ກັບ​ທ່ານ​ມາ​ຄ​ຣົງ ປະ​ທານ​າ​ທິ​ບໍ​ດີ​ຝ​ຣັ່ງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ

 

ຄຳ​ເຫັນ

0