莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ດັບ​ການ​ເປີດ​ປະ​ຕູ​ດ້ານ​ການ​ຄ້າ​ສິນ​ຄ້າ​ໃນ RECP ​ມີຫຼາຍກວ່າ 90%, ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ມີ​ຄຸນ​ນະ​ພາບ​ສູງ

2019-11-07 11:38:46 CRI

ວັນ​ທີ 6 ພະ​ຈິກນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ໂຊ້ວ​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ ທັງ​ເປັນ​ຮອງ​ຫົວ​ໜ້າ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ຂອງ​ຈີນ​ກ່າວ​ວ່າ, ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​​ການ​ພົວ​ພັນຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RECP ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ລະ​ດັບ​ການ​ເປີດ​ປະ​ຕູ​ດ້ານ​ການ​ຄ້າ​ສິນ​ຄ້າ​ໃນ RECP ​ມີຫຼາຍກວ່າ 90% ຂຶ້ນ​ໄປ.

ທ່ານ​ວາງ​ໂຊ້ວ​ເວີນ​ກ່າວ​ວ່າ, ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 3 ​ກ່ຽວ​ກັບ​ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RECP ທີ່​ຈັດ​ຂຶ້ນ​ທີ່​ບາງ​ກອກ​ປະ​ເທດ​ໄທ​ໃນ​ຫວ່າງບໍ່​ດົນ​ມາ​ນີ້ ໄດ້​​ອອກ “ຖະ​ແຫຼງ​ການ​ຮ່ວມ​​ຂອງຜູ້​ນຳ RECP”. ຖະ​ແຫຼງ​ການ​​ລະ​ບຸ​ວ່າ, 15 ປະ​ເທດ​ສະ​ມາ​ຊິກ​ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​​ກ່ຽວ​ກັບເອ​ກະ​ສານ​ທີ່​ມີ 20 ​ໝວກ ແລະ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​​ໃຫ້​ເຂົ້າ​ເຖິງຕະຫຼາດ​ທັງ​ໝົດ​​​ຢ່າງ​ເປັນ​ຮູບ​ປະ​ທຳ. ຕໍ່​ໄປ​ພາຍ​ໜ້າ, ຄະ​ນະ​ເຈ​ລະ​ຈາ​ຈະ​ເລີ່ມ​ຕົ້ນ​ວຽກ​ງານ​ສຳຫຼວດກວດ​ກາ​ເອ​ກະ​ສານ​ໃນ​ທັນ​ທີ, ເປົ້າ​ໝາຍ​ແມ່ນ​​ເພື່ອ​ໃຫ້​ໄດ້ເຊັນ​ສັນ​ຍາ​ໃນ​ປີ 2020. ​ສຳ​ລັບອິນ​ເດຍ​ຍັງ​ມີ​ບາງ​ບັນ​​ຫາ​ສຳ​ຄັນ​ຍັງ​ບໍ່​ທັນ​ໄດ້​​ຮັບ​ການແກ້​ໄຂ​ເທື່ອ, ​ບັນ​ດາ​ຝ່າຍ​ຕ່າງໆ​ເຊິ່ງລວມ​ທັງ​ຈີນ​ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ອິນ​ເດຍ, ເພື່ອ​ໃຫ້​ອິນ​ເດຍ​ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຄຳ​ເຫັນ

0