莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼັງ​ຈາກ 15 ປີ, ຈີນ​ຈຳ​ໜ່າຍ​ພັນ​ທະ​ບັດ​ອະ​ທິ​ປະ​ໄຕເປັນ​ສະ​ກຸນ​ເງິນ​ເອີ​​ໂຣ​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ

2019-11-07 16:14:07 cri

ວັນ​ທີ 5 ພະ​ຈິກນີ້, ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ເງິນ​ຈີນ​ໄດ້​ຈຳ​ໜ່າຍ​ພັນ​ທະ​ບັດ​ອະ​ທິ​ປະ​ໄຕ​ໃນ​ມູນ​ຄ່າ 4 ຕື້​ເອີ​ໂລ​ຢ່າງ​ສຳ​ເລັດ​ຜົນ​ຢູ່​​ນະ​ຄອນຫຼວງປາ​ຣີ​ຂອງ​ຝ​ຣັ່ງ, ນີ້​ແມ່ນ​​ອີກ​ຄັ້ງ​ໜຶ່ງ​ທີ່ລັດ​ຖະ​ບານ​ຈີນ​ໄດ້​ຈຳ​ໜ່າຍ​ພັນ​ທະ​ບັດ​ອະ​ທິ​ປະ​ໄຕ​ເປັນ​ສະ​ກຸນ​ເງິນເອີ​​ໂຣ​ຢູ່​ຕະ​ຫຼາດ​ສາ​ກົນ​ພາຍຫຼັງ 15 ປີ, ແລະ​ກໍ່​ແມ່ນ​ຈີນ​ຈຳ​ໜ່າຍ​ພັນ​ທະ​ບັດ​ອະ​ທິ​ປະ​ໄຕ​ເປັນເງິນ​ຕາ​ຕ່າງ​ປະ​ເທດ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​​ໃນເທື່ອ​ດຽວ​​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ.

ປັດ​​ຈຸ​ບັນ, ນັກ​ລົງ​ທຶນ​ຂອງ​ອົງ​ການຫຼາຍ​ຮ້ອຍ​ແຫ່ງ​ໃນ​ທົ່ວ​ໂລກ​ໄດ້​ສອບ​ຖາມ​ລາ​ຄາ​ແລະ​ເຂົ້າ​ຊື້​ຢ່າງ​ຕັ້ງ​ໜ້າ, ຍອດ​ມູນ​ຄ່າ​ການ​​ເຂົ້າ​ຊື້​ບັນ​ລຸຫຼາຍກວ່າ 20 ຕື້​ເອີ​​ໂຣ, ເຊິ່ງ​ສູນ​ເປັນ 5 ເທົ່າ​ຂອງ​ການ​ຈຳ​ໜ່າຍ.

ພາຍຫຼັງ​ອັງ​ກິດ​ປະ​ກາດ​ວ່າຈະ​ຖອນ​​ຕົວອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ​ແລ້ວ, ລັດ​ຖະ​ບານ​ຝ​ຣັ່ງ​ກໍ່​ພະ​ຍາ​ຍາມ​ມາ​ໂດຍ​ຕະຫຼອດ​ເພື່ອ​ສ້າງ​ນະ​ຄອນ​ປາ​ຣີ​​ໃຫ້ເປັນ​ສູນ​ກາງ​ການ​ທະ​ນາ​ຄານ​ແຫ່ງ​ໃໝ່​ຂອງ​ສະ​ຫະ​ພາບ​ເອີ​ລົບ. ​ສ່ວນ​ພັນ​ທະ​ບັດ​ອະ​ທິ​ປະ​ໄຕ​ເປັນ​ສະ​ກຸນເງິນເອີ​​ໂຣ​ທີ່​ຈຳ​ໜ່າຍ​ໃນ​ຄັ້ງ​ນີ້​ແມ່ນ​ພັນ​ທະ​ບັດ​ອະ​ທິ​ປະ​ໄຕ​ຂອງ​ຈີນ​ທີ່​​ໄດ້ກຳ​ນົດ​ລາ​ຄາການຈຳ​ໜ່າຍ​​ແລະ​ເຂົ້າ​ຕະຫຼາດຫຼັກ​ຊັບ​ງວດ​ທຳ​ອິດ​ຢູ່​ຝ​ຣັ່ງ. ທ່ານ​ນາງ​ຢູ​ຈິ້ງ​ຊົງ ອຸ​ປະ​ທູດ​ຈີນ​ປະ​ຈຳ​​ຝ​ຣັ່ງ​ກ່າວ​ວ່າ, ນີ້​ແມ່ນການ​ສະ​ໜັບ​ສະ​ໜູນຕົວ​ຈິງ​ຂອງ​ຈີນ​ທີ່​ມີ​​ຕໍ່ການ​ສ້າງ​ນະ​ຄອນ​ປາ​ຣີ​ໃຫ້​ເປັນ​ສູນ​ກາງ​ການ​ທະ​ນາ​ຄານ​ສາ​ກົນ.

ຄຳ​ເຫັນ

0