赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ເຂດ​ອ່າວ​ໃຫຍ່ກວາງ​ຕຸງ-ຮົງ​ກົງ-ມາກາວ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູ​ນ​ກາງ​ຈີນ​ເປີດ​ນຳ​ໃຊ້​ເປັນ​ທາງ​ການ

2019-11-07 18:10:32 cri

图片默认标题_fororder_1

ວັນ​ທີ 7 ພະ​ຈິກນີ້ ສູນ​ອ່າວ​ໃຫຍ່ກວາງ​ຕຸງ-ຮົງ​ກົງ-ມາ​ກາວ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ( CMG)  ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ແລະ​ໄດ້​ນຳ​ສະ​ເໜີ​ແອັບ​​ບ​ຣິ​ເຄ​ຊັນ “ສຽງ​ແຫ່ງ​ອ່າວ​ໃຫຍ່” ໂດຍເປັນ​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ໂຕ​ຂອງ​ທ່ານ​ຫຼີ່​ຊີ ກຳ​ມະ​ການ​ກົມ​ການ​ເມືອ​ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ເລ​ຂາ​ຄະ​ນະ​ພັກ​ແຂວງກວາງ​ຕຸງ ແລະ​ໄດ້​ຮ່ວມ​ກັບ​ທ່ານ​ເຊິ້ງ​ໄຫ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທ່ານ​ຫວາງ​ເວີຍ ຮອງ​ເລ​ຂ​າ​ຄະ​ນະ​ພັກ​ແຂວງກວາງ​ຕຸງທັງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ນະ​ຄ​ອອນ​ເສີນ​ເຈິນ​ໄດ້​ຮ່ວມ​ກັນ​ເປີດ​ສາກ​ໃຫ້​ແກ່​ສູນ​ແລະ​ແອບບ​ຣິ​ເຄ​ຊັນ​ດັດ່ງ​ກ່າວ.

ສູນ​ອ່າວ​ໃຫຍ່​ກວາງ​ຕຸງ-ຮົງ​ກົງ-ມາ​ກາວ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ປີນີ້ ໄດ້​ປະ​ກອບ​ມີ​ລະ​ບົບ​ຈັດ​ທຳ​ລາຍ​ການ​ວິ​ທະ​ຍຸ​ແລະ​ລາຍ​ການ​ສື່​ໃໝ່​ຕ່າງ ໂດຍ​ເປັນ​ການ​ຊອ​ກ​ຄົ້ນ​ຕໍ່​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ດ້ວຍ​ສາ​ລະ​ພັດ​ສື່​ຂອງສະ​ຖາ​ນີ CMG ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ລວມ​ສູນ​ຂອງວິ​ທະ​ຍຸ ໂທ​ລະ​ພາບ​ແລະ​ສື່​ໃໝ່, ໄດ້​ຮັບ​ຜິດ​​ຊອບ​ໜ້າ​ທີ່​ທີ່​ເປັນ​ຖານ​ຜະ​ລິດ​ລາຍ​ການ​ວິ​ທະ​ຍຸແລະໂທ​ລະ​ພາບ​ຂອງ “ສຽງ​ແຫ່ງ​​ເຂດອ່າວ​ໃຫຍ່”, ​ກໍ່​ຄື​ສະ​ຖາ​ນີ​ CMG ສາ​ຂາ​ອາ​ຊີ​ປາ​ຊີ​ຟິກ.

ນັບ​ແຕ່​ເລີ່ມ​ກະ​ຈາຍ​ສຽງ​ເປັນ​ເວ​ລາ 2 ເດືອນກວ່າ, ວິ​ທະ​ຍຸ “ສຽງ​ແຫ່ງເຂດ​ອ່າວໃຫຍ່”​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ໂຮມ​ສູນ​ວິ​ທະ​ຍຸ​ແລະ​ສື່​ໃໝ່​ຢ່າງ​ເຕັມ​ສ່ວນ, ໄດ້​ລາຍ​ງານ​ເຫດ​ການ​ສຳ​ຄັນ​ຕ່າງໆ​ຢ່າງ​ຮອບ​ດ້ານ​ດ້ວຍ​ພາ​ສາກວາງ​ຕຸງ​, ໄດ້​ສຳ​ເລັດ​ໜ້າ​ທີ່​ຈັດ​ລາຍ​ງານ​ສົດ​ຕໍ່​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ​ຈີນ​ຄົບ​ຮອ​ບ 70 ປີ​ປ, ງານ​ມະ​ຫະ​ກຳ​ກິ​ລາ​ການ​ທະ​ຫານ​ອູ​ຮ້ານ, ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ແລະ​ອື່ນໆ, ແລະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ຫຼາ​ຍ​ຝ່າຍ.

ຄຳ​ເຫັນ

0