徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ໃຫຍ່​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຮອງມະ​ຕິ​ເປັນ​ປີ​ທີ 28 ​ໃຫ້​ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​ປິດ​ລ້ອມ​ຕໍ່​ກູ​ບາ​​

2019-11-08 16:28:44 cri

ຕາ​ມ​ຂ່າວCRI:ວັນ​ທີ 7 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັ​ບ​ຮອງມະ​ຕິ​ດ້ວຍ​ສຽງ​ສ່ວນ​ຫຼາຍ​ເຫັນ​ດີ, ​ໃຫ້​ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​​ປິດ​ລ້ອມ​ດ້ານ​ເສດ​ຖະ​ກິດ, ກາ​ນ​ຄ້າ​ແລະ​ທະ​ນາ​ຄານ​ຕໍ່​ກູ​ບາ​ທີ່​ໄດ້​ດຳ​ເນີນ​​ມາເປັນ​ເວ​ລາເກືອບ​ເຄິ່ງ​ສະ​ຕະ​ວັດ. ນີ້​ແມ່ນກອງ​ປະ​ຊຸມ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່ໄດ້​ຮັບ​ຮອງມະ​ຕິໃນ​ລັກ​ສະ​ນະ​ດັ່ງ​ກ່າວ​ເປັນ​ປີ​ທີ 28 ​ລຽນ​ຕິດ.

 

ກ່ຽວ​ກັບກໍ​ລະ​ນີ​ນີ້​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້ຕຳ​ໜິ​​ອາ​ເມ​ຣິ​ກາທີ່​ປິດ​ລ້ອມແລະ​ສະ​ກັດ​ກັ້ນ​ບໍ່​ໃຫ້ກູ​ບາ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ມື້​ດຽວ​ກັນທ່ານ​ນາງ​ເຄ​ລີ ຄ​ຣາ​ຟ, ຜູ້​ຕາງ​ໜ້າ​ຂອງ​ອາ​ເມ​ຣິກາ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ໄດ້​ຕຳ​ໜິ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ບັ​ນ​ຫາ​ສິດທິ​ມະ​ນຸດ​ຂອງ​ກູ​ບາ​ໃນ​ກອງ​ປະ​ຊຸມ​​ດັ່ງ​ກ່າວ.

 

ທ່ານບ​ຣູ​ໂນ ໂຣດຼີ​​ເກ​ສ, ລັດ​ຖ​ະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ກູ​ບາ​ກ່າວ​ວ່າ, ​ຄວາມເສຍ​ຫາຍ​ຂອງ​ກູ​ບາ​ໃນ​ດ້ານ​ເສ​ດ​ຖະ​ກິດ​ຍ້ອນ​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ການ​ປິດ​ລ້ອມນັບບໍ່​ຖ້ວນ, ແມ່ນ​ການ​ລ່ວງ​ລະເມີດ​ຢ່າງ “ເປີດ​ແປນ, ຂະ​​ໜາດໃຫຍ່​ແລະ​ເປັນ​ລະ​ບົບ”ຕໍ່​ສິດທິ​ມະ​ນຸດ​ຂອງ​ກູ​ບາ. ທ່ານບ​ຣູ​ໂນ ໂຣດຼີ​​ເກ​ສໄດ້​ຕຳ​ໜິ​ຄືນ​ຕໍ່​ອາ​ເມ​ຣິ​ກາ​ທີ່​ມີ​ບັນ​ຫາ​ດ້ານ​ອາ​ວຸດ, ຢາ​ເສບ​ຕິດ​ແລະ​​ຄວາມ​ແຕກ​ໂຕນ​ກັນລະ​ຫວ່າງ​ຄົນ​ຮັ່ງ​ກັບ​ຄົນ​ທຸກຍາກ, ສະ​ພາບ​ການ​ດ້ານ​ສິດ​​ທິມະ​ນຸດ​ຂອງ​ອາ​ເມ​ຣິ​ກາ​ຮ້າຍ​ແຮງ​ຫຼາຍ, ແຕ່​ພັດ​ໄດ້​ຕຳ​ໜິຢ່າງ​ຮຸນ​ແຮງ​ຕໍ່​ກູ​ບາ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​​ລັດ​ທິ​ຈອມ​ປອມ​ຂອງ​ອາ​ເມ​ຣິ​ກາ.

 

ຄຳ​ເຫັນ

0