赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວສືບຕໍ່ຝຶກອົບຮົມດ້ານເຕັກນິກທາງລົດໄຟ

2019-11-08 16:00:32 cri

图片默认标题_fororder_305952398

ຕາມຂ່າວ CRI: ໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ໃກ້ຈະສໍາເລັດໃນທ້າຍປີ 2021, ສໍາລັບປະເທດລາວເຮົາ ໄດ້ມີການສືບຕໍ່ສົ່ງພະນັກງານຂະແໜງການຄົມມະນາຄົມທາງບົກ ເຂົ້າຝຶກອົບຮົມທາງດ້ານເຕັກນິກທາງລົດໄຟ ທັງຢູ່ໃນປະເທດລາວ ແລະປະເທດຈີນ, ເຊັ່ນໃນວັນທີ 8 ພະຈິກ 2019 ທີ່ສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ມີການເປີດຊຸດຝຶກຮົມເຕັກນິກທາງລົດໄຟຂຶ້ນອີກຄັ້ງ ໜຶ່ງ, ໃຫ້ກຽດເຂົ້າຮ່ວມຊີ້ນໍາໂດຍທ່ານ ອານົງເດດ ຈັນທະລາດ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ມີທ່ານ ຈາງ ຊິນເສິນ ຮອງອໍານວຍການ ມະຫາວິທະຍາໄລ ຄົມມະນາຄົມປັກກິ່ງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ອານົງເດດ ກ່າວວ່າ: ໃນປັດຈຸບັນ ໂຄງການການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ຄືບໜ້າປະມານ 70% ແລະຄາດວ່າຈະສໍາເລັດໃນທ້າຍປີ 2021. ສະນັ້ນ, ເພື່ອຮັບຮອງໃຫ້ແກ່ໂຄງການທາງລົດໄຟລາວ-ຈີນ ຈຶ່ງຕ້ອງໄດ້ມີການຈັດຕັ້ງການຝຶກອົບຮົມ ແລະສໍາມະນາ ເພື່ອເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ ແລະຍົກລະດັບດ້ານເຕັກນິກກ່ຽວກັບທາງລົດໄຟ ເພື່ອສາມາດປະກອບສ່ວນໜ້າທີ່ເຂົ້າໃນວຽກງານເຕັກນິກທາງລົດໄຟລາວ-ຈີນໃຫ້ທຽບທັນເວລາ. ນອກນັ້ນ ຄຽງຄູ່ການພັດທະນາ ການພັດທະນາບຸກຄະລາກອນໃນປັດຈຸບັນ ລາວເຮົາກໍ່ຍັງຈະສ້າງວິທະຍາໄລ ວິຊາຊີບ ເຕັກການລົດໄຟລາວ ໃນປີ 2020 ຕາມການຕົກລົງເຫັນດີ ຂອງສອງລັດຖະບານລາວ-ຈີນ ໃນເດືອນກັນຍາທີ່ຜ່ານມານີ້ ເຊິ່ງລັດຖະບານຈີນ ຍິນດີຊ່ວຍ ສປປ ລາວ ໃນການກໍ່ສ້າງວິທະຍາໄລວິຊາຊີບ ເຕັກນິກການລົດໄຟລາວ.

ທ່ານ ຈາງ ຊິງເສິນ ກ່າວວ່າ: ຊຸດຝຶກອົບຮົມເຕັກນິກທາງລົດໄຟຄັ້ງນີ້ ແມ່ນເປັນຄັ້ງທີ 3 ທີ່ໄດ້ຮັບການຊ່ວຍເຫຼືອ ແລະການຮ່ວມມືກັນລະຫວ່າງ ກະຊວງການຄ້າ ສປ ຈີນ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ແລະມະຫາວິທະຍາໄລ ຄົມມະນາຄົມປັກກິ່ງ ເຊິ່ງໄດ້ເຊື່ອເຊີນເອົາພະນັກງານ ກະຊວງໂຍທາທິການ-ຂົນສົ່ງ ແລະພະນັກງານທີ່ກ່ຽວຂ້ອງກັບໂຄງການທາງລົດໄຟລາວ-ຈີນ ເຂົ້າຮ່ວມຝຶກອົບຮົມທັງໝົດ 45 ທ່ານ, ໃຊ້ເວລາຝຶກອົບຮົມຄັ້ງນີ້ເກືອບໜຶ່ງເດືອນ, ການບັນຍາຍ ແລະແລກປ່ຽນບົດຮຽນ ແລະປະສົບການໂດຍອາຈານ ແລະຊ່ຽວຊານ ຈາກມະຫາວິທະຍາໄລ ມະນາຄົມປັກກິ່ງ ສປ ຈີນ. ຫຼັງຈາກສໍາເລັດ ການຝຶກອົບຮົມທາງພາກທິດສະດີແລ້ວ ຍັງຈະໄດ້ມີການນໍາພາສໍາມະນາກອນລົງສຶກສາໃນສະຖານທີ່ຕົວຈິງ. ພ້ອມທັງຄາດຫວັງວ່າ ຊຸດຝຶກອົບຮັມຄັ້ງນີ້ ປະສົບຜົນສໍາເລັດຜົນຢ່າງມີປະສິດທິພາບຄືໃນຄັ້ງທີ່ຜ່ານມາ.
 

ຄຳ​ເຫັນ

0