莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ລົບ​ປັບ​ຫຼຸດ​ລົງ​ການ​ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີນີ້​ແລະ​ປີ​ໜ້າ​ໃນ​ເຂດໃຊ້​ເງິນ​ເອີ​ໂຣ

2019-11-08 16:49:03 cri

ວັນ​ທີ 7 ພະ​ຈິກນີ້, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ​​ໄດ້ເຜີຍ​ແຜ່​ບົດ​ລາຍ​ງານ​ໂດຍ​ຄາດ​ຄະ​ເນ​ວ່າ, GDP ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣໃນ​ປີ 2019 ຈະ​ເພີ່ມ​ຂຶ້ນ 1,1%, ປີ 2020 ຈະ​ເພີ່ມ​ຂຶ້ນ 1,2%, ​ແຕ່​ໄດ້ຖືກ​ປັບ​​ໃຫ້ຫຼຸດລົງ 0.1% ແລະ0.2% ​ເມື່ອ​ທຽບ​ກັບ​ການ​ທີ່​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ເຄີຍ​ຄາດ​ຄະ​ເນ​​ໄວ້ໃນ​ເດືອນ​ກໍ​ລະ​ກົດ​ປີນີ້.

ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​​ລົບ​ຊີ້​​ໃຫ້​ເຫັນວ່າ, ​ຄວາມບໍ່​ແນ່ນອນ​ຢູ່​ພາຍນອກທະ​ວີບ​ເອີ​​ລົບ, ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຂັດແຍ້ງ​ກັນ​ດ້ານ​ການ​ຄ້າ​ສາ​ກົນ ໄດ້​​ສົ່ງ​ຜົນ​ກະ​ທົບ​​ດ້ານ​ລົບ​ຕໍ່ເສດ​ຖະ​ກິດ​ເອີ​ລົບ. ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ບໍ່​ເອື້ອ​ອຳ​ນວຍຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ເພິ່ມ​ຂຶ້ນ​ສູງ, ​ເຊິ່ງມີ​ຜົນ​ສະ​ທ້ອນ​ຢ່າງ​ຊັດ​ເຈນ​ຕໍ່​ຂະ​ແໜງ​ການ​ການ​ຜະ​ລິດ​ໃນ​ທະ​ວີບ​ເອີ​ລົບ​ທີ່​ກຳ​ລັງ​ດຳ​ເນີນ​ການ​ປັບ​ປຸງ​​ດ້ານ​ໂຄງ​ປະ​ກອບ.

ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບໃຫ້​ຮູ້ວ່າ, ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ສາ​ກົນ​ໄດ້​​ກົດ​ໜ່ວງ​ທ່ວງ​ດຶງ​ການ​ລົງ​ທຶນ, ຂະ​ແໜງ​ການ​ການ​ຜະ​ລິດ ແລະ​ການ​ຄ້າ​ສາ​ກົນ, ​ພາຍໃຕ້​​ເງື່ອນ​ໄຂ​ທີ່​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ອ່ອນ​ເພຍຄື​ແນວນີ້, ທ່ວງ​ທ່າ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ເອີ​ລົບ​​ແມ່ນ​ຂຶ້ນ​ຢູ່​ນຳ​ວ່າ​ອຸດ​ສາ​ຫະ​ກຳພາຍ​ໃນ​ຈະ​​ເຂັ້ມແຂງຫຼືບໍ່.

ຄຳ​ເຫັນ

0