莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານນາງ​ແອງ​ເຈີ​ລາ ເມີ​ເຄວ ກ່າວ​​ເນັ້ນ​ເຢຍ​ລະ​ມັນ​ຈະ​ສືບ​ຕໍ່​ເພີ່ມ​ງົບ​ປະ​ມານ​​ດ້ານ​ການ​ປ້ອງ​ກັນ​ຊາດ

2019-11-08 14:30:37 CRI

ວັນ​ທີ 7 ພະ​ຈິກນີ້, ທ່ານ​ ແອງ​ເຈີ​ລາ ເມີ​ເຄວ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກ່າວ​ຢ້ຳ​ວ່າ, ເຢຍ​ລະ​ມັນ​ຈະ​ສືບ​ຕໍ່​ເພີ່ມ​ງົບ​ປະ​ມານ​ໃນ​ການ​ປ້ອງ​ກັນ​ປະ​ເທດ.

ມື້​ດຽວ​ກັນ, ຢູ່​ສຳ​ນັກ​ງານ​ນາ​ຍົກ, ທ່ານ​​ນາງແອງ​ເຈີ​ລາ ເມີ​ເຄວໄດ້​ພົບ​ປະ​ກັບ​ທ່ານ​ເຢນ ສະ​ໂຕນ​ເຕັນ​ເບິກ ເລ​ຂາ​ທິ​ການ​ໃຫຍ່​ກຸ່ມ​ນາ​ໂຕ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ການ​ພົບ​ປະ, ທ່ານ​ນາງແອງ​ເຈີ​ລາ ເມີ​ເຄວ​ກ່າວ​ວ່າ, ກຸ່ມ​ນາ​ໂຕໃນປັດ​ຈຸ​ບັນ​ແມ່ນ​ແລະ​ຈະ​ສືບ​ຕໍ່​ແມ່ນ​ເສົ້າ​ຄ້ຳ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຢຍ​ລະ​ມັນ, ເຢຍ​ລະ​ມັນ​ຈະ​ພະ​ຍາ​ຍາມ​ເຮັດ​ສຳ​ເລັດ​ເປົ້າ​ໝາຍ​ທີ່​ກຸ່ມ​ນາ​ໂຕວາງ​ອອກ, ​ນັ້ນກໍ່​ຄື​ເມື່ອ​ຮອດ​ປີ 2024, ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຈະ​ຕ້ອງ​ເພີ່ມ​ຂຶ້ນ​ຮອດ 2% ຂອງGDP .

ຄຳ​ເຫັນ

0