徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດມູນ​ຄ່າ​ກາ​ນຳ​ເຂົ້າແລະ​ສົ່ງ​ອອກ​ດ້ານ​ກາ​ນ​ຄ້າ​ກັບ​ຕ່າງ​ປະ​ເທດ​​ຂອງ​ຈີນ​ໃນ 10 ເດືອນ​​ປີ​ 2019 ນີ້​ເພີ່ມ​ຂຶ້ນ 2,4 %

2019-11-08 16:29:46 cri

ຕາມ​ຂ່າວCRI: ວັນ​ທີ 8 ພະ​ຈິກ​ນີີ້, ກົມ​ໃຫຍ່​ພາ​ສີ​ອາ​ກອນ​ແຫ່ງ​ລັດ​ຈີນ​ໄດ້ເຜີຍ​ແຜ່​ຕົວ​ເລກໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 10 ເດືອນ​​ຂອງ​ປີ 2019 ນີ້, ຍອດ​ມູນ​ຄ່າ​ການ​ນຳ​​ເຂົ້າ​ແລະ​ສົ່ງ​ອອກ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​​ບັນ​ລຸ 25630 ຕື້ຢວນ, ໄດ້​ເພີ່ມ​ຂຶ້ນ 2,4% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ 2018, ​ຍັງ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າການ​ພັດ​ທະ​ນາ​ທີ່​ໝັ້ນ​ທ່ຽງ​ຢ່າງ​ຕໍ່​ເນື່ອງ.

 

ເມື່ອ​ເບິ່ງ​ຈາກ​ຄູ່​ຮ່ວມ​ມື​ການ​ຄ້າ, ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຈີນ​ກັບ​ຕໍ່​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອາ​ຊຽນ​​ແມ່ນ​ເພີ່ມ​ຂຶ້ນ, ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຕໍ່​ບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ບັນ​ລຸຫຼາຍກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ໂດຍ​ລວມ.

 

ເມື່ອ​ເບິ່ງ​ຈາກ​ທຸກ​ພາກ​ສ່ວນ​ເສ​ດ​ຖະ​ກິດ​ແລ້ວ, ໃນ 10 ເດືອນ​ປີ 2019 ນີ້, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນເຖິງ 10870 ຕື້ຢວນ, ເພີ່ມ​ຂຶ້ນ 10,3%, ໄດ້​ກວມ 42,4% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.

ຄຳ​ເຫັນ

0