徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຊ່ຽວ​ຊານ​ຈີນ​​ຄາດ​ວ່າ 6G ຈະ​ມີຄວາມ​ໄວ 100 ເທົ່າ​

2019-11-08 16:31:02 cri

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກະ​ຊວງ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ຮ່ວມ​ກັບ​ກະ​ຊວງ​ແລະ​ຄະ​ນະ​ກຳ​ມະ​ການ​ຫຼາຍ​ແຫ່ງ​ໄດ້​ຈັດ​ງານ​ເລີ່ມ​ດຳ​ເນີນ​ວຽກ​ງານ​ການ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ 6G , ປະ​ກາດ​ສ້າງ​ຕັ້ງ​ກຸ່ມ​ວຽກ​ງານ​ເລັ່ງ​ລັດ​ການ​ຄົ້​ນ​ຄວ້າແລະ​ກຸ່ມ​ວຽກ​ງານ​ຊ່ຽວ​ຊານ​ສັງ​ລວມ​ດ້ານ​ເຕັກ​ໂນ​ໂລ​ຊີ 6G ແຫ່ງ​ລັດ​, ຊຸກ​ຍູ້​ໃຫ້​ວຽກ​ງານ​ການ​ຄົ້ນ​ຄວ້າ​ດ້າ​ນ​ເຕັກ​ໂນ​ໂລ​ຊີ 6 G ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ການ​ຄົ້ນ​ຄວ້າ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ 6G ຈີນ​ໄດ້​ຮັບ​ການ​ເລີ່ມ​ດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ.

 

ຕາມ​ການ​ກ່າວ​ໂດຍ​ຊ່ຽວ​ຊານ​ວ່າ, ເຕັກ​ໂນ​ໂລ​ຊີ​ຂອງ 6G ກຳ​ລັງ​ໄດ້​ຮັບ​ການ​ຄົ້ນ​ຄວ້າ, ຄາດ​ວ່າ​ຍັງ​ຕ້ອງ​ການ​ເວ​ລາ 10 ປີ. ຈັງ​ຫວະ​ຂອງ​ຕາ​ໜ່າງ 6G ຈະ​ເປັນ 100 ເທົ່າ ຂອງ 5G.

ຄຳ​ເຫັນ

0