莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຜນ​​ຍຸດ​ທະ​ສາດການ​ພັດ​ທະ​ນາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ໃນ 5 ປີ​​ຕໍ່​ໜ້າ​ຕ້ອງ​ການ​ງົບ​ປະ​ມານ 59,9 ຕື້​ໂດ​ລາ​ສະ​ຫະ​ລັດ

2019-11-08 15:29:36 CRI

“ແຜນ​ຍຸດ​ທະ​ສາດ​ການພັດ​ທະ​ນາ​ແຫ່ງ​ຊາດ​ກຳ​ປະ​ເຈຍແຕ່​ປີ 2019-2023” ສະ​ແດງ​ໃຫ້​ເຫັນ​ວ່າ, ເພື່ອຈັດ​ຕັ້ງ​ປະ​ຕິ​ບັດ​ແລະ​​ເຮັດສຳ​ເລັດ​ແຜນ​ການ​ດັ່ງ​ກ່າວ​ຕ້ອງ​ການ​ງົບ​ປະ​ມານ 59,9 ຕື້​ໂດ​ລາ​ສະ​ຫະ​ລັດ.

ວັນ​ທີ 7 ພະ​ຈິກນີ້, ໃນ​ເວ​ລາ​ເປັນ​ປະ​ທານ​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ, ທ່ານ​ຮຸນ​ແຊ​ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ, ແຜນ​ການ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ແລະ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ​ໃນ​ການ​ເຮັດ​ສຳ​ເລັດ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ, ​ເຊິ່ງແມ່ນ​ເປົ້າ​ໝາຍ​ບູ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ຊຸດ​ທີ 6.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ໃນ​ການຊຸກ​ຍູ້​​ການປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ​ແມ່ນ​ສືບ​ຕໍ່​ຮັກ​ສາ​ຄວາມ​ສະ​ຫງົບ​​ຂອງ​ຊາດແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ, ເປີດກວ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ, ເລັ່ງ​ລັດ​ພັດ​ທະ​ນາ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ​ໃນ​ພາກ​ພື້ນ​ກໍ່​ຄື​ໃນ​ໂລກ, ບັນ​ລຸ​ເປົ້າ​ໝາຍ​ທີ່​​ຈະ​ເຮັດໃຫ້​ກຳ​ປູ​ເຈຍ​ຖືກ​ຈັດ​ຢູ່​ໃນ​ຖາ​ນະປະ​ເທດ​ທີ່​ມີ​ລາຍ​ໄດ້​​ປານ​ກາງ​ແລະ​ອ່າວ​ສູງ​ເມື່ອ​ຮອດ​ປີ 2030, ແລະ​​​ເມື່ອ​ຮອດປີ 2050 ໃຫ້​ຢູ່​ໃນ​ຖາ​ນະປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ​.

ລັດ​ຖະ​ບານ​ກຳ​ປູ​ເຈຍ​ຄາດ​ຄະ​ເນ​ວ່າ, ເສດ​ຖະ​ກິດ​ແຫ່ງ​ຊາດ​ໃນ​ປີ 2020 ຈະ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ 6,5%, ເຊິ່ງ​ຈະ​ຕ່ຳ 7,1%ທີ່​ຈະ​ບັນ​ລຸ​ໄດ້​ໃນ​ປີ 2019​.

ຄຳ​ເຫັນ

0