郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເກຼັກ

2019-11-12 15:35:21 cri

   ວັນ​ທີ11ພະ​ຈິກນີ້, ທ່ານ​ສີ​ຈິ້ນ​​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ມີໂຊ​ຕາ​ກີ​ສ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ເກຼັກ​ຢູ່​ນະ​ຄອນຫຼວງ​ເອ​ເທນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈີນຈະຍຶດ​ໝັ້ນ​ການກ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ,​ຍິນ​ດີ​ສະ​ໜອງ​ໂອ​ກາດ​​ອັນ​ມະ​ຫາ​ສານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ ໃນ​ນັ້ນລວມ​ທັງ​ເກຼັກ. ການ​ພົວ​ພັນ​ຈີນ-ເກຼັກ​ມີ​ພື້ນ​ຖານ​ໃນ​ດ້ານ​ໃຫຍ່, ໜຶ່ງ​ແມ່ນ​ການ​ແລກ​ປ່ຽນ​ອາ​ລະ​ຍະ​ທຳ,ສອງ​ແມ່ນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສອງ​ປະ​ເທດ​ທີ່​ມີ​ອາ​ລະ​ຍະ​ທຳ​​ເກົ່າ​ແກ່​ຕ້ອງ​ເກາະ​ແຂນ​ຮ່ວມ​ມື​ກັນ, ​ເພື່ອສ້າງ​ຄວາມ​ສຸກ​​ໃຫ້​ປະ​ຊາ​ຊົນ​ສອງ​ຊາດເພີ່ມ​ຂຶ້ນ, ຊຸກ​ຍູ້​ໃຫ້​ມວນມະ​ນຸດ​ມີ​ຄວາມ​ກ້າວ​ໜ້າກວ່າ​ເກົ່າ.

   ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ສະ​ເໝີ​ພາບ,ການ​ຮ່ວມ​ມື​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ,ການ​ເປີດ​ປະ​ຕູແບບກວມ​ລວມ,ການ​ສູ້​ຊົນ​ຜ່ານ​ຜ່າ​ຢ່າງ​ອົງ​ອາດ​ກ້າ​ຫານ​ເປັນ​ລັກ​ສະ​ນະ​ພິ​ເສດ​ຂອງ​ທັງ​ສອງ​ຊົນ​ຊາດ​ອັນ​ຍິ່ງ​ໃຫຍ່,ທັງ​ແມ່ນ​ພະ​ລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ພວກ​ເຮົາ​ໃນ​ການ​ສະ​ແຫວງ​ຫາ​​ການພັດ​ທະ​ນາ​​ຮ່ວມ​ກັນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພ​ະ​ຍາຍາມ​ຮ່ວມຂອງສອງ​ຝ່າຍ,ການ​ພົວ​ພັນ​ຈີນ-ເກຼັກ​ຍ່ອມ​ຈະ​ບັນ​ລຸ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ​ຍິ່ງ​ຫຼາຍກວ່າ​ເກົ່າ, ແລະ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມຮ່ວມ​​ຊາ​ຕາ​ກຳ​ມວນ​ມະ​ນຸດ.

   ທ່ານ​ມີໂຊ​ຕາ​ກີ​ສ​ກ່າວ​ວ່າ, ຈີນ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ຈະ​ສະ​ໜອງ​ໂອ​ກາດ​ອັນ​ມະ​ຫາ​ສານ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເຊິ່ງ​ລວມ​ທັງ​ເກຼັກ. ການ​ຮ່ວມ​ມື​ລະ​ຫວ່າງ​ເກຼັກ​ກັບ​ຈີນ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ເກຼັກ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສ້າງທ່າ​ເຮືອ​ປີ​ຣາ​ອຸຍ​ສໃຫ້​ເປັນ​ທ່າ​ກ່ຳ​ປັ່ນ​ໃຫຍ່ກວ່າ​ໝູ່​ໃນ​ເອີ​ລົບ​, ສຸມ​ກຳ​ລັງ​ເພື່ອ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ເອີ​ລົບ​ກັບ​ອາ​ຊີ.ຫວັງ​ໃຫ້​ສອງ​ຝ່າຍ​ຈະເພີ່​ມທະ​ວີການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ກາ​ນ​ຂົນ​ສົ່ງ​​ດ້ວຍ​ເຮືອ,ພະ​ລັງ​ງານ,ການ​ຄ້າ​ເອ​ເລັກ​ໂຕຼນິກ,ການ​ສຶກ​ສາ,​ວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

   ຫຼັງ​ຈາກ​ການພົບ​ປະ​ກັນ, ສອງ​ຝ່າຍ​ໄດ້​​ອອກ“ຖະ​ແຫຼງ​ການ​ຮ່ວມລະ​ຫວ່າງ​ສ​.ປ.​ຈີນ​ກັບ​ສ.ເກຼັກກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ”.

ຄຳ​ເຫັນ

0