刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ຈີນ​ແລະເກຼັກ​ເປັນ​ເອ​ກະພາບ​ກັນ​: ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ເກຼັກ​ຈະ​ຊຸກ​ຍູ້​ການ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ເອີ​ຣົບ

2019-11-12 15:24:34 CRI

 

ວັນ​ທີ 11 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີ​ນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ກີຣີ​ອາ​ໂກ​ສ ມິດ​ໂຊ​ຕາ​ກິສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເກຼັກ. ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຄູ່ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ ໂດຍ​ເນັ້ນ​ວ່າ, ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຊຸກ​ຍູ້​ແລະ​ລົງ​ເລິກການ​ພົວ​ພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ຣົບ, ຮ່ວມ​ກັນ​ສ້າງ​ສາຍ​ພົວ​ພັນ​​ຄູ່​ຮ່ວມສັນຕິພາບ, ການ​ເຕີບ​ໂຕ, ການ​ປະ​ຕິ​ຮູບ ແລະ​ອະ​ລະ​ຍະ​ທຳ. ສອງ​ຝ່າຍ​ເຫັນ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກແລະເອີຣົບ​ກາງ​ເປັນ​ການ​ຊ່ວຍ​ຊູ້​ຍູ້​ໜູນ​​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ເອີ​ຣົບ. ເກຼັກ​ໄດ້​ສະ​ແດງ​ຄວາມ​ເພິ່ງພໍໃຈ​ຕໍ່​ການຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດເອີ​ຣົບ​ຕາ​ເວັນ​ອກແລະເອີຣົບ​ກາງ​ຢ່າງ​ເປັນ​ທາງ​ການ ແລະ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ກົນ​ໄກ​ນີ້ ເພື່ອ​ຊຸກ​ຍູ້​​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ແລະເອີຣົບກາງໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງບໍ່​ຢຸ​ດ​ຢັ້ງ.

ໃນ​ການ​ພົບ​ປະ​​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງກ່າວວ່າ: ເກຼັກ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ທັງ​ປະ​ເທດ​ປະ​ເທດ​ສຳ​ຄັນ​ໃນ​ເຂດບອນຄານ. ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ແລະເອີຣົບກາງ​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ເອີ​ຣົບ​ມີ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບຸນ​ຂຶ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ເກຼັກ, ສ້າງ​ກົນ​ໄກ​ຮ່ວມ​ມື​ນີ້​ໃຫ້​ດີ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ທ່ານ​ມິດ​ໂຊ​ຕາ​ກິ​ສ​ກ່າວ​ວ່າ, ເກຼັກ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກແລະເອີຣົບ​ກາງ​ກັບ​ຈີນ ແລະ​ເສີມ​ຂະ​ຫ​ຍາຍ​ບົດ​ບ​າດ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ​ກັບ​ຈີນໃຫ້ຂະຫຍາຍຕົວຕື່ມອີກ.

ຄຳ​ເຫັນ

0