何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ຈີນ​ແລະ​ເກຼັກ​​ເຫັນ​ດີເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2019-11-12 10:42:41 CRI

ວັນ​ທີ 11 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ກິ​ຣິ​ອາ​ກົ​ສ ມິດ​ໂຊ​ຕາ​ກິ​ສ ນາ​ຍົກ​ລັດ​ຖະມົນ​ຕີ​ເກຼັກ​ຢູ່​ທີ່​ນະ​ຄອນຫຼວງ​​ເອ​ເທນປະ​ເທດ​ເກຼັກ. ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​​​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ.

 

ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 11 ພະ​ຈິກ​ນີ້, ສອງ​ຝ່າຍຢືນ​ຢັນ​ວ່າ, ຍິນ​ດີ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ການ​ຮ່ວ​ມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ ໂດຍ​ຜ່ານ​ໂຄງ​ການ​ຮ່ວມ​ມື​ຕ່າງໆ, ເຊັ່ນ: ທ່າ​ກຳ​ປັ່ນ​ປິ​ຣາ​ອຸຍ​ສ ແລະ​ໂຄງ​ການ​ອື່ນໆ, ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື2020-2022ໃນ​ຂົງ​ເຂດ​ສຳ​ຄັນ​ທີ່​ສອ​ງ​ປະ​ເທດໄດ້​ເຊັນ​ກັນ​ໃນ​ປີ 2019.

ຄຳ​ເຫັນ

0