曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິສາຫະກິດຈີນມາເລເຊຍຮ່ວມມືພັດທະນາລົດໂດຍສານທີ່ໃຊ້ພະລັງງານໃໝ່ເພື່ອບຸກເບີກຕະຫຼາດອາຊຽນ

2019-11-12 16:00:14 cri

ວັນ​ທີ 11 ພະ​ຈິກ​ນີ້, ບໍ​ລິ​ສັດ​ລົດ​ໂດຍ​ສານ​ຈົ່ງ​ທົ່ງ​ຈີນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ບໍ​ລິ​ສັດ TMS ມາ​ເລ​ເຊຍ​ຢູ່ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ມາ​ເລ​ເຊ​ຍ, ສອ​ງ​ຝ່າຍ​ຈະ​ຮ່ວມ​ມື​ຜະ​ລິດ​ລົດ​ໂດຍ​ສານ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ລຸ້ນ​ໃໝ່​ທີ່​ນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​​ລ້ຳ​ໜ້າ, ແລະ​ຈະ​ບຸກ​ເບີກ​ຕະ​ຫຼາດອ​າ​ຊຽນ​​ໂດຍ​ຖື​ເອົາມາ​ເລ​ເຊຍ​ເປັນ​ສູນ​ກາງ.

ໃນ​ພິ​ທີ​ເຊັນ​ສັນ​ຍາ, ທ່ານ​​ອັນ​ໂທ​ນີ ລອກ​ຊິວ​ຟຸກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມ​ກາ​ນາ​ຄົມ​ມະ​ເລ​ເຊຍ​ກ່າວ​ຄຳ​ປາ​ໄສວ່າ, ປັ​ດ​ຈຸ​ບັນ, ຈີນ​ໄດ້​ຢືນ​ຢູ່ແຖວ​ໜ້າ​ຂອງ​ໂລກ​ໃນ​ຂົງ​ເຂດ​ນຳ​ໃຊ້​ເຕັກ​ນິກ​ພະ​ລັງ​ງານ​ໃໝ່, ຫວັ​ງ​ວ່າຜ່ານ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ​ຈະ​ເປັນ​ການຍົກ​ສູງ​ລະ​ດັບ​​ການພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ລົດ​ໂດຍ​ສານ​ພະ​ລັງ​ງານ​ໃໝ່​ມາ​ເລ​ເຊຍ.

ທ່ານ​ລູ​ໂກ​ສຽງ ຜູ້​ອຳ​ນວຍ​ການໃຫຍ່​ບໍ​ລິ​ສັດ TMS ມາ​ເລ​ເຊຍ​ກ່າວ​ວ່າ, ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຈົ່ງ​ທົ່ງ​ເທື່ອ​ນີ້​ແມ່ນ​ການ​ກະ​ທຳ​ອັນ​ສຳ​ຄັນ​ຂອງ​ບໍ​ລິ​ສັດ TMS ​ເພື່ອ​ພັດ​ທະ​ນາ​ລົດ​ໂດຍ​ສານ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່, ສອງ​ຝ່າຍ​ຈະ​ຮ່ວມ​ມື​​ກັນ​ໃນ​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ວຽກ​ງານ​ຄົມ​ສາ​ທາ​ລະ​ນະ​ມາ​ເລ​ເຊຍ, ພ້ອມ​ກັນ​ນັ້ນ​ກໍ​ຈະ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ໃໝ່​ໃຫ້​ຕະ​ຫຼາດ​ຫວຽດ​ນາມ, ມຽນ​ມາ​ແລະ​ກຳ​ປູ​ເຈຍ​ເປັນ​ຕົ້ນ, ພັດ​ທະ​ນາ​ຕະ​ຫຼາດ​ອາ​ຊຽນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫຼວງ

ຄຳ​ເຫັນ

0