吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ພົບປະ​ກັບປະ​ທາ​ນາ​ທິ​ບໍ​ດີ​ເກຼັກ

2019-11-12 11:42:49 cri

    ວັນ​ທີ 11 ພະ​ຈິກ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ພົບປະກັບທ່ານ​ໂປຼ​ໂກ​ປິ​ສ ປາ​ຟ​ໂລ​ປູໂລ​ສ໌ ປະ​ທາ​ນາ​ທິ​ບໍ​ດີເກຼັກ​ຢູ່​ນະ​ຄອນ​ຫຼວງ​ເອ​ເທນ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ການ​ເມືອງໃຫ້ໝັ້ນຄົງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຊຸກ​ຍູ້​ການ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ, ອຸທິດສະ​ຕິ​ປັນ​ຍາ​ຂອງ​ປະ​ເທດທີ່​ມີ​ອາ​ລະ​ຍະ​ທຳ​​ ຝ່າຍ​ຕາ​ເວັນ​ອອກ ແລະ ຕາ​ເວັນ​ຕົກທີ່ເກົ່າແກ່​ເພື່ອ​​ຊຸກ​ຍຸ້ການສ້າງ​ປະ​ຊາ​ຄົມ​ຮ່ວມຊາຕາມວນ​ມະ​ນຸດ.

     ທ່ານສີຈີ້ນຜິງກ່າວເນັ້ນວ່າ, ໃນຖານະທີ່ເປັນສອງປະເທດທີ່ມີອາລະຍະທຳເກົ່າແກ່, ຈີນ ກັບ ເກຼັກມີວິໄສທັດທີ່ເຊື່ອມຕໍ່ກັນ ແລະ ຄ້າຍຄືກັນ. ມິດຕະພາບຈີນ-ເກຼັກບໍ່ພຽງແຕ່ແມ່ນການຮ່ວມມືລະຫວ່າງສອງປະເທດເທົ່ານັ້ນ, ຍັງແມ່ນການສົນທະນາລະຫວ່າງອາລະຍະທຳສອງແຫ່ງ. ຂ້າພະເຈົ້າຫວັງວ່າ, ສອງປະເທດຈະພະຍາຍາມຮ່ວມກັນ, ລົງເລິກການຮ່ວມມື, ຊຸກຍູ້ການແລກປ່ຽນທາງອາລະຍະທຳແບບເປີດປະຕູດ້ວຍໝາກຜົນອາລະຍະທຳທີ່ຂ້າມ, ລິເລີ່ມສ້າງລະບຽບສາກົນທີ່ເປັນທຳ ແລະ ສົມເຫດສົມຜົນກວ່າເກົ່າ, ເຮັດໃຫ້ສອງປະເທດທີ່ມີອາລະຍະທຳເກົ່າແກ່ສາມາດສ້າງຄວາມຈະເລີນຮຸ່ງເຮືອງຄືນໃໝ່ໃນຍຸກສະໄໝໃໝ່.
     ທ່ານປາ​ຟ​ໂລ​ປູໂລ​ສ໌ກ່າວວ່າ, ເກຼັກມີຄວາມປິຕິຊົມຊື່ນຢ່າງຈິງໃຈທີ່ເຫັນວ່າສປຈີນໄດ້ຮັບຄວາມຄືບໜ້າ ແລະ ບັນລຸໝາກຜົນອັນໃຫຍ່ຫຼວງຕະຫຼອດໄລຍະເວລາ 70 ປີມານີ້. ເກຼັກຈະສືບຕໍ່ຍຶດໝັ້ນສະໜັບສະໜູນຈີນປົກປັກຮັກສາຜົນປະໂຫຍດຕົ້ນຕໍຂອງ, ພ້ອມດຽວກັນກໍ່ຫວັງເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດເສດຖະກິດການຄ້າ ແລະ ວັດທະນະທຳ, ຕັ້ງໜ້າຮ່ວມກັບຈີນພ້ອມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊື່ອວ່າການຢ້ຽມຢາມຂອງທ່ານປະທານສີຈີ້ນຜິງຈະເປັນການຊຸກຍູ້ການພົວພັນເກຼັກ-ຈີນໃຫ້ກ້າວເຂົ້າສູ່ຍຸກສະໄໝໃໝ່ ແລະ ຂຶ້ນສູ່ລະດັບໃໝ່. ເກຼັກຍິນດີສືບຕໍ່ສຸມກຳລັງແຮງຂອງຕົນຮ່ວມກັບຈີນ ເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງສະຫະພາບເອີລົບ-ຈີນຂະຫຍາຍຕົວ, ຊຸກຍູ້ການຮ່ວມມືລະຫວ່າງເອີລົບກາງ ແລະ ຕາເວັນອອກ ກັບ ຈີນ, ພ້ອມກັນປະກອບສ່ວນສ້າງຄວາມຍຸຕິທຳ ຄວາມເປັນທຳໃນສາກົນ ແລະ ການພັດທະນາຂອງມວນມະນຸດ.

ຄຳ​ເຫັນ

0