郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິມ​ສາ​ລະ​ຄະ​ດີ“​​ສຸ​ພາ​ສິດ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​​ຜິງ​ມັກ”ແລະ“ພວກ​ເຮົາ​ຍ່າງ​ຕາມ​ທາງ​ໃຫຍ່”ອອກ​ອາ​ກາດ​ຢູ່ບ​ຣາ​ຊິນ​ເປັນ​ຄັ້ງ​ທຳ​ອິດ​

2019-11-12 15:33:41 cri

   ເນື່ອງ​ໃນ​ໂອ​ກາດທີ່​ທ່ານ​ສີ​ຈິ້ນ​​ຜິງ​ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກາ​ນ​ພົບ​ປະ​ຄັ້ງ​ທີ11ຂອງ​ຜູ້​ນຳ​ປະ​ເທດ​ບ​ຣິກ​ສຢູ່​ບ​ຣາ​ຊິນ, ຟິມ​ສາ​ລະ​ຄະ​ດີ“​ສຸ​ພາ​ສິດ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​​ຜິງມັກ”ແລະ“ພວກ​ເຮົາ​ຍ່າງ​ຕາມ​ທາງ​ໃຫຍ່”​ສະ​ບັບພາ​ສາ​ປອກ​ຕຸຍ​ການ​ທີ່​ຜະ​ລິດ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ໄດ້​ອອກ​ອາ​ກາດ​ໃນ​​ຊ່ອງ​ຂ່າວ​ໂທ​ລະ​ພາບ​ແລະ​ຊ່ອງ​ສິ​ລະ​ປະ ​ພ້ອມ​ທັງ​ເວັບ​ໄຊ​ສື່​ໃໝ່ຂອງ​ກຸ່ມແບນ​ເດີ​ເຣນ​ຕີ​ສ ກອມ​ມູ​ນິດ​ກາ​ຕິ ບ​ຣາ​ຊິນໃນ​ວັນ​ທີ11ພະ​ຈິກນີ້. ນີ້​ແມ່ນການ​ອອກ​ອາ​ກາດຟິມ​ສາ​ລະ​ຄະ​ດີ2ເລື່ອງ​ດັ່ງ​ກ່າວຢູ່ບ​ຣາ​ຊິນຄັ້ງ​ທຳ​ອິດ.ທ່ານ​ເຊີ້ນ​ຫາຍ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດຈີນ​,​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທ່ານ​ເ​ຊີນ​ເພີ້ຍ​ເຈ ກົງ​ສຸນ​ໃຫຍ່​ຂອງ​ຈີນ​ປະ​ຈຳ​ເຊົາ​ເປົາ​ໂລ, ທ່ານ​ໂດ​ເຣຍ ເຈົ້າຄອງ​ລັດ​ເຊົາ​ເປົາ​ໂລປະ​ເທດ​ບ​ຣາ​ຊິນໄດ້​ເຂົ້າ​ຮ່ວມ​ພິ​ທີ​ອອກ​ອາ​ກາດ​ດັ່ງ​ກ່າວ.

   ທ່ານ​ເຊີ້ນ​ຫາຍ​​ຊົງ​ກ່າວວ່າ,ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ແລະ​ບ​ຣາ​ຊິນສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ45ປີ,ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ບ​ຣາ​ຊິນ​ໄດ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ. ຟິມ​ສາ​ລະ​ຄະ​ດີ“ສຸ​ພາ​ສິດ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​​ຜິງ​ມັກ”ແລະ“ພວກ​ເຮົາ​ຍ່າງ​ຕາມ​ທາງ​ໃຫຍ່”ສະ​ບັບພາ​ສາ​ປອກ​ຕຸຍ​ການ​ອອກ​ອາ​ກາດ ຈະເປັນ​ການ​ເປີດ​ປະ​ຕູໃຫ້​ແກ່​ປະ​ຊາ​ຊົນ​ບ​ຣາ​ຊິນ​ເຂົ້າ​ໃຈປະ​ເທດ​ຈີນ​ໃນປັດ​ຈຸ​ບັນ​ຢ່າງ​ເລິກ​ເຊິ່ງ​, ເຮັດ​ໃຫ້​ປະ​ຊ​າ​ຊົນບ​ຣາ​ຊິນມີ​ໂອ​ກາດ​ໄດ້​ສຳ​ຜັດຄວາມ​ມີ​ສະ​ເໜ່​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​​ຜິງ,ສຳ​ຜັດ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ໃນ​ໄລ​ຍະ70​ປີ​ຂອງ​ປະ​ເທດ​ຈີນ​ທີ່​ເກົ່າ​ແກ່​ຢ່າງ​ແທ້​ຈິງ ໂດຍ​ສະ​ເພາະ​ແມ່ນ​ຮູ້​ສຶກ​ໄດ້​ເຖິງ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ​ແລະ​ເປັນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ເລິ​ກ​ເຊິ່ງກວ່າ​ເກົ່າ.

ຄຳ​ເຫັນ

0