吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ເດີນ​ທາງເຖິງ​ບຼາຊີ​ເລຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳປະເທດ BRICS ຄັ້ງ​ທີ 11

2019-11-13 10:52:28 cri

     ຕອນ​ຄ່ຳ​ວັນ​ທີ 12 ພະ​ຈິກ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີ​ນ​ທາງເຖິງ​ນະ​ຄອນ​ຫຼວງ​​ບຼາຊີ​ເລຍ ປະເທດເບຼຊິນດ້ວຍເຮືອ​ບິນ​ພິ​ເສດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳປະເທດ BRICS ຄັ້ງ​ທີ 11.
     ທ່ານ​ສີ​ຈີ້ນ​ຜິງ​ອອກ​ເດີນ​ທາງ​ເຖິງ​​ບຼາຊີ​ເລຍ ຫຼັງ​ຈາກ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ປະເທດເກຼັກ​ທາງ​ລັດ​ຖະ​ກິດ. ໃນ​ເວ​ລາ​ທ່ານ​ສີ​ຈີ້ນ​ຜິງ​ຈະເດີນທາງອອກ​ຈາກ​ເກຼັກ, ທ່າ​ນ​ນີ​ໂກ​ສ ເດນ​ດີ​ແອັສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກຼັກ​ໄດ້​ໃຫ້ກຽດໄປສົ່ງປະທານປະເທດຈີນ​ຢູ່​ສະ​ໜາມ​ບິນ.
 

ຄຳ​ເຫັນ

0