吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວົງ​ການ​ຕ່າງໆ​ຂອງ​ເກຼັກໃຫ້ຄວາມສົນໃຈຢ່າງສູງຕໍ່​ການ​ຢ້ຽມ​ຢາມເກຼັກ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ

2019-11-13 11:22:26 cri

    ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ​ເກຼັກ​ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ພະ​ຈິກ​ນີ້. ວົງ​ການ​ຕ່າງໆ​ຂອງ​ເກຼັກ​ໃຫ້ຄວາມສົນໃຈຢ່າງສູງຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງເທື່ອ​ນີ້ ແລະ ຕັ້ງ​ໜ້າ​ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ຈີນ ກັບ ເກຼັກ.

     ໃນ​ເວ​ລາ​ໃຫ້​ສຳ​ພ​າດ​ຕໍ່​ນັກ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ເອ​ເທນ, ທ່ານ​ຈອ​ສ ໂຊ​ໂກ​ປູໂລ​ສ໌ ຊ່ຽວ​ຊານ​ບັນ​ຫາ​ສາ​ກົນ​ຂອງ​ເກຼັກ, ຫົວ​ໜ້າ​ໂຄງ​ການ​ເອີ​ລົບ-ຈີນ​ຂອງ​ສູນ​ສາ​ກົນ​ຄົ້ນ​ຄວ້າ​ເອີ​ລົບ​ກ່າວ​ວ່າ, ກາ​ນ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ເທື່ອ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຄັ້ງໜຶ່ງ, ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໃຫ້ຄວາມສຳຄັນ​ຢ່າງ​ສູງ​ຕໍ່​ການຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ເຊິ່ງຈະເປັນການເພີ່ມພະລັງແຮງ​ໃໝ່​ຕໍ່​ການ​ຮ່ວມ​ມືທີ່​ຕິດ​ແທດ​ຕົວ​ຈິງລະຫວ່າງ​ຈີນ-ເກຼັກ.

      ທ່ານວາຊີລີສ ດີ​ກາ​ລາ​ກິ​ສ໌ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ເກຼັກ​ກ່າວຕໍ່​ນັກ​ຂ່າວ​ວ່າ, ຈີນ ກັບ ເກຼັກ​ເປັນ​ປະ​ເທດ​ທີ່​ມີ​ອາ​ລະ​ຍະ​ທຳ​ເກົ່າ​ແກ່, ການ​ແລ​ກ​ປ່ຽນ​ບົດ​ຮຽນ​ເປັນ​ເລື່ອງ​ສຳ​ຄັນ, ສອງ​ປະ​ເທດ​ມີຄວາມສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈີ້ນ​ຜິງຄັ້ງນີ້​ຈະ​ເປັນການຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ນີ້​ຕື່ມ​ອີກ.
     ພ້ອມ​ກັນ​ນັ້ນ, ປະຊາຊົນທ້ອງຖິ່ນໄດ້ຕີລາຄາສູງຕໍ່ການຢ້ຽມຢາມເກຼັກຂອງທ່ານສີຈີ້ນຜິງໃນຄັ້ງນີ້. ນາງຕີນາ ດີແມດຕີຣອຸສ ຊາວເມືອງໃນ​ນະ​ຄອນ​ຫຼວງ​ເອ​ເທນ, ບອກ​ກັບນັກ​ຂ່າວ​ວ່າ, ຈີນ ກັບ ເກຼັກ​ຕົກ​ລົງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັນ​ຕື່ມ​ອີກ​ໃນ​ຂົງ​ເຂດ​ການ​ລົງ​ທຶນ, ທ່າ​ກຳ​ປັ່ນ, ການທະນາຄານ ແລະ ພະ​ລັງ​ງານ, ເຊິ່ງແມ່ນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນເກຼັກຕໍ່ເລື່ອງນີ້.

ຄຳ​ເຫັນ

0