郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງພົບ​ປະ​ກັບ​ປະ​​​ທາ​ນາ​ທິ​ບໍ​ດີບ​ຣາ​ຊີນ

2019-11-14 11:19:00 cri

ໃນ​ວັນ​ທີ13ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນ​ໄດ້ພົ​ບປະກັບ​ທ່ານ​ແຈ ໂບ​ໂຊ​ນາ​ໂຣ,ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີນ​ຢູ່ນະ​ຄອນ​ຫຼວງບ​ຣາ​ຊີ​ເລຍ.

图片默认标题_fororder_1914140518

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ, ຈີນ-ບ​ຣາ​ຊີນ​ແມ່ນ​ປະ​ເທດ​ຕະ​ຫຼາດ​ຈະ​ເລີນ​ໃໝ່​ທີ່​ໃຫຍ່ກວ່າ​ໝູ່​ໃນ​ຊີກ​ໂລກ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ,ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງກ​ວ້າງ​ຂວາງ.ຂ້າ​ພະ​ເຈົ້າ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງບ​ຣາ​ຊີນ,ມີ​ຄວາມໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ການ​ຮ່ວມ​ມື​ຈີນ-ບ​ຣາ​ຊີນ,ຍິນ​ດີ​​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ຮ່ວມ​ກັບ​ບ​ຣາ​ຊີນ,ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ການ​ພັດ​ທະ​ນາ,ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ພິງ​ກ່າວ​ເນັ້ນ​ວ່າ,ຈີນ​ແລະ​ບ​ຣາ​ຊີນ​ແມ່ນປະ​ເທດ​ໃຫຍ່, ສອງ​ຝ່າຍ​​ຄວນ​ຍຶດ​ໝັ້ນ​ຍຸ​ດ​ທະ​ສາດ​ຂອງ​ຕົນ,ຍຶດ​ໝັ້ນ​ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ,ເພີ່​ມ​ທະ​ວີ​ການ​ໄປ​ມາ​ຫາ​ສຸ່​ກັນ,​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ໝັ້ນ​ຄົງ.ຈີນ​ຈະ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຈີນ​ໃຫ້​ເຂົ້າ​ຮ່ວມ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່ບ​ຣາ​ຊີນ​ຢ່າງ​ຕັ້ງ​ໜ້າ,ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ເຊິ່ງ​ກັນ​ແລະ​ກັນ. ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ສົ່ງ​ເສີມ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​​ກັບປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ,ຍຶດ​ໝັ້ນ​ລັດ​ທິ​ຫຼາຍ​ຝ່າຍ,ສ້າງ​ເສດ​ຖະ​ກິດ​ໂລກແບບເປີດ​ປະ​ຕູ​ສູ່​ພາຍນອກ,ປ້ອງ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ເປັນ​ທຳ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕະ​ຫຼາດ​ຈະ​ເລີນ​ໃໝ່. ຈີນ​ສະ​ໜັບ​ສະ​ໜູນບ​ຣາ​ຊີນເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ​ສຸດຍອດ​ປະ​ເທດ​ບ​ຣິກ​ສ,​ກຽມ​ພ້ອມ​ເຮັດ​ວຽກ​ກັບ​ທຸກ​ຝ່າຍ,ເພື່ອຊຸ​ກ​ຍູ້​ໃຫ້​ການ​ພົບ​ປະ​ກັນ​ໄດ້​ຮັບ​ຜົນ​ສຳ​ເລັດ.

图片默认标题_fororder_132929721

ທ່ານ​ໂບ​ໂຊ​ນາ​ໂຣ​ກ່າວ​ວ່າ:ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີບົດ​ບາດສຳ​ຄັນ​ໃນ​ໂລກ,ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​​ອັນ​ດັບ​ໜຶ່ງ​ຂອງບ​ຣາ​ຊີນ.ການ​ຮ່ວມ​ມື​ລະ​ຫວ່າງບ​ຣາ​ຊີນ​ກັບ​ຈີນ​ມີ​ຄວາມ​ໝາຍ​ສຳ​ຄັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ຕໍ່​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງບ​ຣາ​ຊີນ.ເສ​ດ​ຖະ​ກິດ​ຂອງບ​ຣາ​ຊີນ​ແລະ​ຈີນ​ໄດ້​​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ ຢ່າງ​ຫຼວງ​ຫຼາຍ,ຂົງ​ເຂດ​ການ​ຮ່ວມ​ມື​ກໍ​ນັບ​ມື້​ນັບ​ກວ້າງ​ອອກ.ບ​ຣາ​ຊີນຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນທີ່​ໄປ​ລົງ​ທຶນ​ຢູ່ບ​ຣາ​ຊີນ,ບ​ຣາ​ຊີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ໂອ​ກາດ​ທີ່​ຈີນ​ເປີດ​ປະ​ຕູ​​ດ້ານ​ການຕະ​ຫຼາດ​ຕໍ່​ພາຍນອກ.ຫວັງ​ຢາກ​ເປີດກວ້າງ​ການ​ຄ້າ​ສອງ​ຝ່າຍ,ຊຸກ​ຍູ້​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງບ​ຣາ​ຊີນ​​ເຂົ້າ​ສູ່​ຕະ​ຫຼາດ​ຈີນ​ຫຼາຍກວ່າ​ເກົ່າ,ບ​ຣາ​ຊນ​ກໍ​ຍິນ​ດີ​ສະ​ໜອງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ແລະ​ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ເຂົ້າ​ສູ່ບຣາຊີນ​ເຊັ່ນ​ກັນ.

 

ຄຳ​ເຫັນ

0