吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ບັນ​ລຸ​ເປົ້າ​ໝາຍລ່ວງ​ໜ້າ​ໃນ​ການ​ເພີ່ມ​ວຽກ​ເຮັດ​ງານ​ທຳໃນ​ຕົວ​ເມືອງປີ 2019 ​

2019-11-14 16:39:02 cri

    ວັນ​ທີ 14 ພະ​ຈິກ​ນີ້, ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​​ເປີດ​ເຜີຍ​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ນັບແຕ່​ເດືອນ​ມັງ​ກອນ ຫາ ເດືອນ​ຕຸ​ລາ​ປີ​ນີ້, ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້ 11,93 ລ້ານ​ຄົນ​ໃນ​ຕົວ​ເມືອງ​ຂອງ​ຈີນ, ບັນ​ລຸ​ເປົ້າ​ໝາຍ​​ໄດ້​ລ່ວງ​ໜ້າ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້​ຫຼາຍກວ່າ 11 ລ້ານ​ຄົນໃນ​ຕົວ​ເມືອງ​ປີ 2019.
     ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 10 ເດືອນ​ຂອງ​ປີ​ນີ້, ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ​ໃນ​ນັ້ນ ຂະ​ແໜງ​ການ​ບໍ​ລິ​ການ​ທັນ​ສະ​ໄໝ​ມີ​ທ່​ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ດີ, ອຸດ​ສາ​ຫະ​ກຳ​ໄດ້​ເຕີບ​ໂຕ​ຢ່າ​ງ​ຕໍ່​ເນື່ອງ, ​ຂະ​ແໜງ​ການໃໝ່ ແລະ ຜະ​ລິດ​ຕະ​ພັນ​ໃໝ່​​ໄດ້ພັດ​ທະ​ນາ​ອ່າວ​ໄວ, ​ການ​ຈຳ​ໜ່າຍ​ໃນ​ຕະ​ຫຼາດ​ໄດ້​ເປີດກວ້າງ​ຢ່າງ​ໝັ້ນ​ທ່ຽງ, ການ​ຂາຍ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ ແລະ ການ​ບໍ​ລິ​ໂພກ​​ດ້ານບໍ​ລິ​ການ​​ກໍ​ເຕີບ​ໂຕ​ຫຼາຍ, ການ​ລົງ​ທຶນ​​ໄດ້ເພີ່ມ​ຂຶ້ນ​ໃນ​ຂັ້ນ​ພື້ນ​ຖານ, ​ການ​ລົງ​ທຶນ​ໃນອຸດ​ສາ​ຫະ​ກຳ​​ເຕັກ​ນິກ​ຂັ້ນ​ສູງ ແລະ ​ຂົງ​ເຂດ​ທາງ​ສັງ​ຄົ​ມ​ສືບ​ຕໍ່​ພັດ​ທະ​ນາ​ອ່າວ​ໄວ. ໃນ​ນັ້ນ, ​ນັບແຕ່​ເດືອນ​ມັງ​ກອນ ຫາ ເດືອນ​ຕຸ​ລາ​ປີ​ນີ້, ການ​ລົງ​ທຶນ​ໃສ່​ອຸດ​ສາ​ຫະ​ກຳ​​ເຕັກ​ນິກ​ຂັ້ນ​ສູງເພີ່ມ​ຂຶ້ນ 14,2% ເມື່ອ​ທຽບ​​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຄຳ​ເຫັນ

0