曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານປະເທດລາວຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ເຂົ້າຢ້ຽມຂໍ່ານັບ

2019-11-15 17:41:45 cri

ໃນວັນທີ 14 ພະຈິກ 2019 ນີ້, ​ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມ​ຄຳນັບ ຂອງ ທ່ານ ພົນເອກ ເຫວິ້ຍ ເ​ຟິ້ງເ​ຮີ ທີ່ປຶກສາແຫ່ງລັດ, ​ທັງ​ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ໃນໂອກາດ ທີ່ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ  ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ລະຫວ່າງ ວັນທີ 13-15 ພະຈິກນີ້.

    ​ໃນໂອກາດດັ່ງກ່າວ,  ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຊົມເຊີຍ  ແລະ ຕີລາຄາສູງ ຕໍ່ ການເດີນທາງມາ ຢ້ຽມ ຢາມ  ສປປ ລາວ ຢ່າງເປັນທາງການ ຂອງ ​ທ່ານ ພົນເອກ ເຫວິ້ຍເ​ຟິ້ງເ​ຮີ ໃນຄັ້ງນີ້, ເຊິ່ງ ເປັນການຢ້ຽມຢາມ ຄັ້ງທຳອິດ ​ຖາ​ນະເປັນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປ ຈີນ ແລະ ຖືວ່າ ການຢ້ຽມຢາມ ຄັ້ງນີ້   ເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ທີ່ດີງາມ,  ທັງເປັນການປະກອບສ່ວນ​ອັນສຳຄັນ ເຂົ້າໃນການເສີມຂະຫຍາຍມູນເຊື້ອ​ແຫ່ງຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງກະຊວງ ປ້ອງກັນປະເທດ ລາວ-ຈີນ , ຈີນ-ລາວ ໃຫ້ແຕກດອກອອກຜົນ ຈະເລີນງອກງາມ ຂຶ້ນເລື້ອຍໆ.

    ​ໃນໂອກາດດຽວກັນ, ​ທ່ານ ພົນເອກ ເຫວິ້ຍ ເ​ຟິ້ງເ​ຮີ ໄດ້ສະແດງຄວາມຂອບໃຈ ຕໍ່ ​ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.  ພ້ອມທັງໄດ້ແຈ້ງສະພາບການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ​ເພື່ອສືບຕໍ່ ການຮ່ວມມື​ໃນວຽກງານຫລາຍດ້ານ ລະຫວ່າງ ກອງທັບ ຈີນ-ລາວ,ລາວ-ຈີນໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

    ໃນການເດີນທາງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ຄະນະຜູ້ແທນ ການທະຫານຂັ້ນສູງ ສປ ຈີນ ຄັ້ງນີ້ ຍັງໄດ້ເຂົ້າຮ່ວມຮັບຊົມການສະແດງຫັດແອບການທະຫານຍິງລູກປືນແທ້ ຂອງ ກອງພັນໃຫຍ່ 11 ຢູ່ ວິທະຍາຄານ ກົມມະດໍາ, ຢ້ຽມຢາມ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ແລະເຄື່ອນໄຫວຢ້ຽມຢາມ ໂຮງໝໍ​ 103.

图片默认标题_fororder_1305216656

 

ຄຳ​ເຫັນ

0