曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຸດທິສະພາໄທຈັດພິທີເປີດຫຼັກສູດອົບຮົມພາສາຈີນ

2019-11-15 17:09:34 cri

ວັນ​ທີ 13 ພະ​ຈິກ​ນີ້, ພິ​ທີ​ເປີດ “ ​ຫຼັກ​ສູດ​ອົບ​ຮົມ​ພາ​ສາ​ຈີນຂອ​ງ​​ວຸດ​ທິ​ສະ​ພາ​ໄທ” ​ທີ່​ຈັດ​ໂດຍ​ວຸດ​ທິ​ສະ​ພາໄທ​ແລະ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລກະ​ເສດ​ສາດ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ອາ​ຄານ​ກອງ​ເລ​ຂາ​ວຸດ​ທິ​ສະ​ພາໄທ. ປະ​ທານ​​ວຸດ​ທິ​ສະ​ພາ​ໄທ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ, ​ຜູ້​ຕາງ​ໜ້າສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ປະ​ຈຳ​ໄທ, ຫົວ​ໜ້າ​ຝ່າຍ​ຈີນ​ຂອ​ງ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ກະ​ເສດ​ສາດ​ແລະ​ສະ​ມາ​ຊິກ​ວຸດ​ທິ​ສະ​ພາທີ່​ເຂົ້າ​ຮ່ວມ​​ຫຼັກ​ສູດອົບ​ຮົມ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ທ່ານ​ພອນ​ເພັດ ​ວິ​ຊິດ​ຊົນ​ໄຊ ປະ​ທານວຸດ​ທິ​ສະ​ພາໄທ​ໄດ້​ກ່າວ​ໃນ​ພິ​ທີ​ເປີດ​ຫຼັກ​ສູດ​ດັ່ງ​ກ່າວ​ວ່າ, ຈີນ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ແລະ​ວັດ​ທະ​ນະ​ທຳ​ອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ, ໂດຍ​ສະ​ເພາະ​ແມ່ນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ 40 ກວ່າ​ປີ​ມາ​ນີ້, ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ໃຫຍ່​ຫຼວງ, ຖາ​ນະ​ບົດ​ບາດ​ໃນ​ເວ​ທີ​ສາ​ກົນ​ນັບ​ມື້​ນັບ​​ໂດດເດັ່ນ, ພາ​ສາ​ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ພາ​ສາ​ທີ່​ນັບ​ມື້​ນັບດດ​ເດັ່ນ, ພາ​ສາ​ຈີນ​ກາຍ​ເປັນ​ໜຶ່ງ​ໃນ​ພາ​ສາ​ທີ່​ນຳ​ໃຊ້​ຢ່າງກວ້າງ​ຂວາງ​ທີ່​ສຸດ, ການ​ຈັດ​​ຫຼັກ​ສູດ​ອົບ​ຮົມ​ພາ​ສາ​ຈີນ​​ໃຫ້​ວຸດ​ທິ​ສະ​ພາໄທ​ ສອດ​ຄ່ອງ​​ກັບກະ​ແສ​​ຂອງຍຸກ​ສະ​ໄໝ, ມີ​ຄວາມ​ໝາຍ​ຫຼາຍ​ທີ່​ສຸດ

ຄຳ​ເຫັນ

0