曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອາຟຼິກາໃຕ້

2019-11-15 17:07:55 cri

ວັນ​ທີ 14 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ບ​ຣາ​ຊີ​ເລຍ ນະ​ຄອນ​ຫຼວງບ​ຣາ​ຊິນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບທ່ານ​ມາ​ຕາ​ເມ​ລາ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟຼິ​ກາ​ໃຕ້.

ທ່ານ​​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ອາ​ຟຼິ​ກາ​ໃຕ້​ຢ່າງ​ສະ​ແໜ້ນ​ແຟ້ນ, ເດັດ​ດ່ຽວຮັກ​ສາ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-​ອາ​ຟຼິ​ກາ​ໃຕ້. ສອງ​ຝ່າຍຄວນ​ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ຕັ້ງ​ໜ້າ​ເປີດກວ້າງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ, ເປີດກວ້າງ​ການ​ຮ່ວມມືໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ສ້າງ​ຄວາມ​ສາ​ມາດ​ຂະ​ແໜງ​ອຸດ​ສາ​ຫະ​ກຳ,​ ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ​ແລະ​ເຮັດ​ໃຫ້​ການ​ຮ່ວມ​ມືສ້າງ “ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ. ຝ່າຍ​ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຝ່າຍ​ອາ​ຟຼິ​ກາ​ໃຕ້, ເພື່ອ​ເພີ່​ມ​ທະ​ວີ​ຄວາມສາ​ມັກ​ຄີ​ແລະ​​ການຮ່ວມ​ມື​ຂອງ​ປະ​ເທດບ​ຣິກ​ສ໌, ຊຸກ​ຍູ້​ການ​ສ້າງເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-ອາ​ຟຼິ​ກາ, ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ແລະ​ປະ​ສານ​ງານ​ຢ່າງ​​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​​ສຳ​ຄັນ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ, ​ປົກ​ປ້ອງ​ຄວາມຍຸດ​ຕິ​ທຳ​ແລະ​ຄ​ວາມ​ເປັນ​ທຳ​ສາ​ກົນ.

ທ່ານຣາ​ມາ​ໂຟ​ຊາ ​ໄດ້ອວຍ​ພອນ​ສາ​ທາ​ລະ​ນະ​ລັ​ດ​​ປະ​ຊາ​ຊົນ​ຈີນ​ສະ​ຖາ​ປະ​ນາ​ ​ຂຶ້ນ​ຄົບ​ຮອບ 70 ປີ. ທ່ານ​ກ່າວ​ວ່າ, ອາ​ຟຼິ​ກາ​ໃຕ້​ຊົມ​ເຊີຍ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​​ຂອງ​ປະ​ຊາ​ຊົນ​ຈີນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​, ອາ​ຟຼິ​ກາ​ໃຕ້ສະໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ທີ່​ກ້າວ​ໄປ​ໜ້າ​ຂອງ​ຈີນ​ຢ່າງ​ໝັ້ນ​ໜຽວ, ສະ​ໜັບ​ສະ​ໜູນ​ຈີນ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ສິດ​ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍຂອງ​ຕົນ. ອາ​ຟຼິ​ກາ​ໃຕ້​ຍິດ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ພັກ​​ຕ່າງກັບ​ພັກ​ກອມ​ມູ​ນິດ​ຈີນ. ອາ​ຟຼິ​ກາ​ໃຕ້​ຫວັງ​ຢາກເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ, ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະປັນ​ຍາ​ປະ​ດິດ​ເປັນ​ຕົ້ນ, ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ຫຼາຍ​ກວ່າ​ເກົ່າ​ໄປ​ລົງ​ທຶນ​ແລະ​ເຮັດ​ທຸ​ລະ​ກິດ​ຢູ່​ອາ​ຟຼິ​ກາ​ໃຕ້.

ຄຳ​ເຫັນ

0