郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ປະ​ເທດບ​ຣິກ​​ສູ​ຄັ້ງ​ທີ11ແລະ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ

2019-11-15 14:47:47 cri

图片默认标题_fororder_1614692031

​  ທ່ານ​ສີ​ຈິ້ນ​ຜິງເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງປະ​ເທດບ​ຣິກ​​ສູ​ຄັ້ງ​ທີ11ແລະ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ

​   ວັນ​ທີ1​4ພະ​ຈິກນີ້, ກອງ​ປະ​ຊຸມ​ສຸດຍອດ​ຂອງຜູ້​ນຳ​ປະ​ເທດບ​ຣິກ​ສ໊ຄັ້ງ​ທີ11ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ຫຼວງບ​ຣາ​ຊີ​ເຣຍ​ຂອງບ​ຣາ​ຊີ ​ທີ່​ຈັດໂດຍທ່ານໂບນ​ໂຊ​ນາ​ໂຣ ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີນ​, ທ່ານ​ສີ​ຈິ້ນ​ຜິງ,ປະ​ທານ​ປະ​ເທດ​ຈີນ, ທ່ານ​ວະ​ລາ​ດີ​ເມຍ ປູ​ຕີນ,ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ​ທ່ານ​ໂມ​ດີ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ,ແລະ​ທ່ານ​ລາ​ມາ​ຟູ​ຊາ,ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣີ​ກາ​ໃຕ້​ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ. ​ຜູ້​ນຳ​ຂອງ5ປະ​ເທດ​ໄດ້​ແລກ​ປ່ຽນຄວາມ​​ເຫັນ​ຢ່າງ​ເລິກ​ເຊິ່ງ​ແລະ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງບັນ​ດາ​ປະ​ເທດບ​ຣິກ​ສ໋​ແລະ​ບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ ໂດຍປິ່ນ​ອ້ອມ​ຫົວ​ຂໍ້“​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ເພື່ອ​ສ້າງ​ອະ​ນາ​ຄົດ​ແຫ່ງ​ການ​ປະ​ດິດ​ສ້າງ”.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວຄຳ​ປາ​ໄສສຳ​ຄັນ​ທີ່​ມີ​ຫົວ​ຂໍ້​ວ່າ“​ພະ​ຍາ​ຍາມ​​ເກາະ​ແຂນ​ ຮ່ວມ​ກັນ​ເພື່ອສ້າງ​ປະ​ຫວັດ​ສາດ​ໜ້າ​ໃໝ່​ແຫ່ງ​ການ​ຮ່ວມ​ມື”, ທ່ານກ່າວ​ເນັ້ນ​ວ່າ​ປະ​ເທດບ​ຣິກ​ສ໊​ຄວນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມສາ​ມາດ​ໃນ​ການແບກ​ຫາບ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ, ​ສົ່ງ​ເສີມ​ແລະ​​ປົກ​ປ້ອງ​ລັດ​ທິ​ຫຼາຍຝ່າຍ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ,ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ, ກຳ​ແໜ້ນ​ໂອ​ກາດ​ໃນ​ການປະ​ຕິ​ຮູບ​ແລະ​ປະ​ດິດ​ສ້າງ,ລົງ​ເລິກຊຸກ​ຍູ້​ການ​ພົວ​ພັນ​​ຄູ່ຮ່ວມ​ດ້ານ​ການປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ໃໝ່​ຂອງ​ປະ​ເທດບ​ຣິກ​ສ໊,​ຊຸກ​ຍູ້​ການ​ແບ່ງ​ປັນ​ບົດ​ຮຽນແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ,ຂະ​ຫຍາຍ​ແລະ​​ລົງ​ເລິກການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ກວ້າງກວ່າ​ເກົ່າຢ່າງ​ບໍ່​ຢຸດຢັ້ງ. ຈີນ​ຈະ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ຊຸ​ກ​ຍູ້​​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ,ພະ​ຍາ​ຍາມ​ຊຸກ​ຍູ້​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊິ​ຟິກ​ແລະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

   ມື້​ດຽວ​ກັນ, ຜູ້​ນຳ​ປະ​ເທດບ​ຣິກ​ສ໊ຍັງໄດ້​ຈັດ​ກອງ​ປະ​ຊຸມ​ປິດ​ປະ​ຕູ ໂດຍ​ມີທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ປາ​ໄສ​ທີ່​ສຳ​ຄັນ.ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ,ປະ​ເທດບ​ຣິກ​ສ໊ຕ້ອງ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ,ປະ​ຕິ​ບັດ​ຕາມ​ທ່າອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​ສັງ​ຄົມ​ມະ​ນຸດ​ແລະ​ການປ່ຽນແປງ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ. ປະ​ເທດບ​ຣິກ​ສ໊​ຄວນ​ເພີ່ມ​ທະ​ວີ​​ຄວາມ​ຮູ້​ສຶກ​ຕໍ່​ພາ​​ລະ​ໜ້າ​ທີ່​ແລະ​ຄວາມ​ຮີບ​ດ່ວນ,ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ,ບຸກ​ເບີກ​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ​ກວ່າເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ5ປະ​ເທດ,​ກໍ​ຄື​ປະ​ເທດ​ຕະ​ຫຼາດ​ຈະ​ເລີນ​ໃໝ່​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ອັນກວ້າງ​ໃຫຍ່​ໄພ​ສານ,ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

  ຜູ້​ນຳ​ຂອງ5ປ​ະ​ເທດເຫັນ​ດີ​ຈະ​ຮ່ວມ​ຈິດ​ຮ່ວ​ມ​ໃຈ​ກັນ,ເພີ່ມ​ທະ​ວີ​ກົນ​ໄກ​ການ​ຮ່ວມ​ມື​ຂອງບ​ຣິກ​ສ໊,ບັນ​ລຸ​ການ​ພັດ​ທະ​ນາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

  ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​​ອອກ“​​ຖະ​ແຫຼງ​ການ​ບຣາ​ຊີ​ເຣຍ​ກ່ຽວ​ກັບກອງ​ປະ​ຊຸມສຸດຍອດ​​ປະ​ເທດບ​ຣິກ​ສ໊ຄັ້ງ​ທີ11”.

图片默认标题_fororder_613083814

ຄຳ​ເຫັນ

0