曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍສປປເກົາຫຼີກ່າວວ່າ, ຍິນດີພົບປະກັບຝ່າຍອາເມລິກາ, ແຕ່ອາເມລິກາຄວນມີແຜນການແກ້ໄຂບັນຫາທີ່ເປັນໄປໄດ້

2019-11-15 17:08:45 cri

ວັນ​ທີ 14 ພະ​ຈິກ​ນີ້, ທ່ານກີມ​ມຽງ​ຈີວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສັນ​ຈອນ​ທ່ອງ​ທ່ຽວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ​ເກົາ​ຫຼີ​ກ່າວ​ວ່າ, ສ​ປ​ປ​ເກົາ​ຫຼີ​ຍິນ​ດີ​ຈັດ​ການ​ເຈ​ລະ​ຈາ​ຄືນ​ໃໝ່, ແຕ່​ວ່າ​ຝ່າຍ​ອາ​ເມ​ລິ​ກາ​ຄວນ​ມີ​ແຜນ​ການ​ແກ້​ໄຂໃຫ້​ຝ່າຍ​ສ​ປ​ປ​ເກົາ​ຫຼີ​ເພິ່ງ​ພໍ​ໃຈ, ​ແຜນ​ການ​ເຈ​ລະ​ຈາ​ແກ້​ໄຂ​ບັ​ນ​ຫາ​ຕ້ອງ​ມີ​ຄວາມ​ເປັນ​ໄປ​ໄດ້, ບໍ່​ເປັນ​ການ​ໜ່ວງ​ໜ່ຽວ​ເວ​ລາ.

ຂ່າວ​ສານ​ສູນ​ກາງ​ສ​ປ​ປ​ເກົາ​ຫຼີ​ອ້າງ​ອິງ​ຄຳ​ເວົ້າ​ຂອງ​ທ່ານ​ກີມ​ມຽງ​ຈີວ​ມາ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້, ຜູ້​ຕາງ​ໜ້າ​ພິ​ເສດ​​ກ່ຽວ​ກັບນະ​ໂຍ​ບາຍ​ສ​ປ​ປ​ເກົາ​ຫຼີ​​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ສັນ​ຍານ​ໂດຍ​ຜ່ານ​ປະ​ເທດ​ທີສາມ, ຫວັງ​ໃຫ້​ສອງ​ຝ່າຍ​ສ​ປ​ປ​ເກົາ​ຫຼີ​​ແລະອາ​ເມ​ລິ​ກາ​ພົບ​ປະ​ກັນ​ອີກ​ໃນ​ເດືອນ​ທັນ​ວາ​ປີ​ນີ້, ລິ​ເລີ່ມ​ການ​ປຶກ​ສາ​ຫາ​ລື​ກັນ​ຄືນ​ໃໝ່. ​ຂໍ​ພຽງແຕ່​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື, ສ​ປ​ປ​ເກົາ​ຫຼີ​​ຍິນ​ດີ​ສັນ​ທະ​ນາ​ກັບອາ​ເມ​ລິ​ກາ​ໂດຍ​ກົງ​ຢູ່​ບ່ອນ​ໃດ​ແລະ​ໃນ​ເວ​ລາ​ໃດ​ກໍ່​ໄດ້, ແຕ່​ຝ່າຍ​ສ​ປ​ປ​ເກົາ​ຫຼີ​ບໍ່​ສົນ​ໃຈ​​ຕາມການ​ປຶກ​ສາ​ຫາ​ລື​ວຽກ​ງານ​ສ​ປ​ປ​ເກົາ​ຫຼີ​ອາ​ເມ​ລິ​ກາ​ທີ່​ດຳ​ເນີນ​ຢູ່​ຊູ​ແອັດ​ໃນ​ຕົ້ນ​ເດືອນ​ຕຸ​ລາ​ຜ່ານ​ມາ.

ຄຳ​ເຫັນ

0