黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ແລະ​ນັກ​ເລງ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ຈະ​ບໍ່​ສາມາດລົບລ້າງມົນທິນ​ທີ່​ຕົນ​ເຄີຍ​ກໍ່​ຂຶ້ນ​ອອກ​ໄປໄດ້ໃນ​ເຫດການ​ວຸ້ນວາຍ​ທີ່​ເກີດ​ຂຶ້ນຢູ່​ຮົງ​ກົງ

2019-11-15 16:40:19 CRI

ຕອນ​ຄ່ຳວັນ​ທີ 13 ພະຈິກ​ນີ້, ພະນັກງານຂອງ​ອົງການ​ອະນາ​ໄມ​ດ້ານອາຫານ​ແລະ​ສິ່ງ​ແວດ​ລ້ອມ ອຳນາດ​ການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ ​ໄດ້​ຖືກພວກ​ກໍ່ຈະລາຈົນ​ແກ​ວ່ງ​ຂອງແຂງ​ໃສ່​ຫົວ ​ແລະ ມື້​ລຸນ​ມາ ຄື: ຄືນວັນ​ທີ 14 ກໍຖືກ​ຢືນຢັນ​ວ່າໄດ້​ເສຍ​ຊີວິດ​ແລ້ວ ​ເຊິ່ງ​ເປັນ​ກໍລະນີ​ທຳ​ອິດ​ທີ່​ປະຊາຊົນ​ຜູ້​ບໍລິສຸດ​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​ເກີດ​ເຫດ​ວຸ້ນວາຍ​ຢູ່​ຮົງ​ກົງ​ເປັນຕົ້ນມາ ​ແລະ ກໍ​ແມ່ນ​ໜຶ່ງ​ໃນ​ຄະດີ​ຮຸນ​ແຮງ​ຕ່າງໆ​ທີ່​ພວກ​ກໍ່​ຈະລາຈົນ​ກໍ່​ຂຶ້ນຢູ່ຮົງ​ກົງ​ແລະ​ພາ​ໃຫ້​ປະຊາຊົນ​ຜູ້​ບໍລິສຸດເສຍ​ຊີວິດ​ ​ແລະ ​ບາດ​ເຈັບ.

​ໃນ​ຂະນະທີ່​ພວກ​ກໍ່​ຈະລາຈົນ​​ເຜົາ​ທຳລາຍ​ໂຮງຮຽນ​ມະຫາວິທະຍາ​ໄລ, ບຸກ​ໂຈມ​ຕີ​ປະຊາຊົນ​ຄົນ​ທຳ​ມະ​ດາ​ສາມັນ​ຕາມ​ລຳພັງ​ໃຈ, ​ແກ​ວ່ງວັດຖຸຕ່າງໆ​ລົງ​ມາຈາກທີ່​ສູງ ​ແລະ ​ໃຊ້​ການກະທຳ​​ຮຸນ​ແຮງອື່ນໆ​ເພື່ອ​ສ້າງ​ໄພອັນຕະລາຍຕ່າງໆຢູ່​ຮົງ​ກົງ​ໃນຫຼາຍມື້​ຜ່ານ​ມານັ້ນ, ສື່​ມວນ​ຊົນ​ຕ່າງໆ​ ຂອງ​ປະ​ເທດ​ຕາ​ເວັນຕົກ ​ເຊັ່ນ: BBC, CNN, ໜັງສື​ພິມນິວຢອກ​ທາມ​ສ໌ ​ແລະ​ອື່ນໆ ໄດ້​ຕັດ​ຄຳ​ສັບ “ບໍ່​ມີ​ອາວຸດຢູ່​ໃນ​ມື” ນັ້ນອອກ​ຈາກ​ບົດ​ລາຍ​ງານ​ຂ່າວ​ຂອງ​ຕົນ ​ແລະ ​ເລີ່​ມລາ​ຍງານ​​ເຫດການ​ຄວາມ​ວຸ້ນວາຍ​ທີ່​ພວກ​ກໍ່​ຈະລາຈົນ​ກໍ່​ຂຶ້ນ.

​ແຕ່ນີ້ບໍ່​ແມ່ນສື່​ມວນ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ເຫຼົ່ານີ້​ໄດ້​ສຳນຶກ​ເຖິງ​ມະ​ໂນ​ທຳ​ຂອງ​ເຂົາ ​ແຕ່ຫາກ​ແມ່ນ​ພາຍຫຼັງ​ພວກເຂົາ​​ໄດ້​ພົບ​ວ່າ ຄຳຂີ້​ຕົວະຫຼອກລວງຂອງ​ຕົນທີ່​​ໄດ້ໂຄສະນາ​ຊວນ​ເຊື່ອໂດຍ​ໃຊ້​ສອງ​ມາດຕະຖານ​ແລະປິດ​ຫູ​ປິດ​ຕາ​ໂດຍ​ບໍ່​ສົນ​ໃຈຕໍ່​ກັບສະພາບ​ຄວາມ​ເປັນ​ຈິງ​ຂອງ​ເຫດການ ບໍ່ສາມາດ​ສືບ​ຕໍ່ຕົ້ມຕົວະຫຼອກລວງ​ໃຜ​ໄດ້​ອີກ​ຕໍ່​ໄປ​ແລ້ວ ຈຶ່ງ​ຈຳ​ເປັນ​ຕ້ອງ​ຫາ​ທາງ​ຫຼົບລີ້​ໃຫ້ກັບ​ຕົນ​ເອງ. ​ໃນ​ຂະນະ​ດຽວ​ກັນ, ​ໃນ​ເວລາ​ເຫດການ​​ໃຊ້​ກຳລັງຮຸນ​ແຮງ​ໄດ້​ແຜ່​ລາມ​ໄປ​ເກີດ​ຂຶ້ນຢູ່​ແອ​ສປາຍ, ຈີ​ເລ ຈົນກະທັ້ງຢູ່​ນິວຢອກ​ຂອງ​ອາ​ເມຣິກາ​ເອງນັ້ນ, ນາງ​ເປ​ໂຣຊີ ປະທານ​ສະພາ​ຕ່ຳ​ອາ​ເມຣິກາ​ທີ່​ເຄີຍ​ໄດ້​ອອກ​ໜ້າອອກ​ຕາ​ປ່າວປະກາດວ່າການ​ເຄື່ອນ​ໄຫວດ້ວຍ​ກຳລັງ​ຮຸນ​ແຮງຢູ່​ຮົງ​ກົງ​ແມ່ນ “ພາບ​ທີ່​ສວຍ​ງາມ” ນັ້ນ ບັດ​ນີ້​ພັດ​ປິດ​ປາກງຽບ​ບໍ່​ເວົ້າ​ຫຍັງ​ແມ່ນ​​ແຕ່​ຄຳ​ດຽວ.

ປັດຈຸບັນນີ້, ​ເລື່ອງ​ຄວາມ​ເປັນ​ຈິງ​ເປັນ​ທີ່​ຈະ​ແຈ້ງ​ທີ່​ສຸດ​ແລ້ວນັ້ນ​ແມ່ນ​ຄາບ​ເລືອດ​ຂອງ​ຊາວ​ຮົງ​ກົງ​ຜູ້​ບໍລິສຸດ ກໍ​ຄື​ສະພາບ​ການ​ປັ່ນ​ປ່ວນ​ວຸ້ນວາຍ​ທີ່​ເກີດ​ຂຶ້ນຢູ່ຮົງ​ກົງ​ໃນ​ປັດຈຸບັນ ​ແລະ ການປະສົບ​ຄວາມ​ເສຍ​ຫາຍດ້ານ​ເສດຖະກິດອັນ​ມະຫາສານນັ້ນ, ສື່​ມວນ​ຊົນ​​ແລະ​ນັກ​ເລງ​ການ​ເມືອງເຫຼົ່ານັ້ນຂອງ​ປະ​ເທດ​ຕາ​ເວັນ​ຕົກທີ່​ໄດ້​ຫຼອກ​ລວງ​ປິດ​ຫູ​ບັງຕາປະຊາຊົນ, ຍຸຍົງ​ສົ່ງ​ເສີມ, ປຸກ​ປັ່ນ​ຄວາມ​ວຸ້ນວາຍ ຈົນກະທັ້ງ​ແອບ​ສະໜັບສະໜູນ​ພວກ​ກໍ່​ຈະລາຈົນຢ່າງລັບໆ​ນັ້ນ ​ຈະ​ບໍ່​ສາມາດລົບລ້າງມົນທິນ​ທີ່​ຕົນ​ເຄີຍ​ກໍ່​ຂຶ້ນ​ອອກ​ໄປໄດ້​ເຖິງ​ວ່າ​ຈະໃຊ້ຄວາມ​ພະຍາຍາມ​ຊ່ຳ​ໃດ​ກໍ​ຕາມ.

ຄຳ​ເຫັນ

0