吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົບ​ປະລະຫວ່າງ​ຜູ້​ນຳ​ປະ​ເທດ BRICS ຢູ່​ບ​ຣາ​ຊິ​ເລຍ​ໄດ້​ສົ່ງ​ 4 ສັນ​ຍານທີ່ສຳຄັນຕໍ່ພາຍນອກ

2019-11-16 15:30:43 cri

    ກອງປະຊຸມ​ພົບ​ປະ​ຫາລືລະຫວ່າງຜູ້​ນຳ​ປະ​ເທດ BRICS ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງບ​ຣາ​ຊິ​ເລຍປະເທດບຣາຊິນ​ໃນວັນ​ທີ 14 ພະ​ຈິກ​ນີ້. ວັນ​ທີ 15 ພະ​ຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເກີງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຜູ້​ນຳ 5 ປະ​ເທດໃນບຣິກສ໌​ໄດ້ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນຢ່າງເລິກເຊິ່ງ​ກ່ຽວ​ກັບ​ການ​ຮ່​ວມ​ມືລະຫວ່າງ​ປະ​ເທດ BRICS ແລະ ບັນ​ຫາ​ສາ​ກົນ​ສຳ​ຄັນ​ທີ່​ສົນ​ໃຈຮ່ວມກັນ ແລະ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ ທັງໄດ້ຮັບຜົນດີໃນຫຼາຍດ້ານ.
     ໃນ​ກອງ​ປະ​ຊຸມຖະແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພະ​ຈິກ​ນີ້, ທ່ານເກິງສວງໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວໂດຍກ່າວວ່າ: ຈີນເຫັນວ່າການພົບປະຄັ້ງນີ້ໄດ້ບັນລຸເປົ້າໝາຍຕາມກຳນົດ, ໄດ້ສົ່ງສັນຍານອັນຈະແຈ້ງໃນ 4 ດ້ານຕໍ່ພາຍນອກ ຄື: ໜຶ່ງ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການສົ່ງເສີມລັດທິຫຼາຍຝ່າຍ. ສອງ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການຄັດຄ້ານລັດທິປົກປິອງ. ສາມ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການຄັດຄ້ານການແຊກແຊງຈາກພາຍນອກ ແລະ ສີ່, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການເພີ່ມຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະເທດບຣິກສ໌. ການພົບປະເທື່ອນີ້ໄດ້ເພີ່ມຄວາມໝັ້ນທ່ຽງໃຫ້ແກ່ສະຖານະການສາກົນທີ່ພວມຢູ່ໃນໄລຍະເວລາທີ່ສຳຄັນ, ໄດ້ຊີ້ທິດທາງໃຫ້ແກ່ລະບົບສາກົນທີ່ໄດ້ປະສົບການປະຕິຮູບອັນເລິກເຊິ່ງຜ່ານມາ, ໄດ້ຕື່ມພະລັງທີ່ສ້າງສັນຕໍ່ປະຊາຄົມໂລກທີ່ປ່ຽມລົ້ນໄປດ້ວຍຄວາມເປັນຫ່ວງ ແລະ ໄດ້ສະໜອງພະລັງຊຸກດັນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງປະເທດບຣິກສ໌ເພື່ອໃຫ້ມີປະສິດທິຜົນ ແລະ ກ້າວສູ່ລົງເລິກຢ່າງບໍ່ຢຸດຢັ້ງ.

ຄຳ​ເຫັນ

0